ສອນ Microsoft word ການຈັດຮູບແບບເອກະສານ (Format)

#ສອນ Microsoft word
#ການຈັດຮູບແບບເອກະສານ (Format)

ເມື່ອສ້າງເອກະສານຂອງ Word ເບື້ອງຕົ້ນຂໍ້ຄວາມຫລືສິ່ງທີ່ໃສ່ລົງໄປຈະເປັນຄ່າເລີ່ມຕົ້ນທີ່ໂປຣແກຣມຕັ້ງຄ່າໄວ້ໃຫ້ ເຊັ່ນ ຮູບແບບຂອງຕົວອັກສອນ, ຂະຫນາດຂອງຕົວອັກສອນ, ສີ, ຕຳແຫນ່ງ, ສີພື້ນ, ການຕັ້ງຄ່າໄລຍະຂອບຂອງເອກສະານ ແລະ ອື່ນໆ ເຊິ່ງເຮົາຕ້ອງນຳມາຈັດຮູບແບບເພີ່ມເຕີມ ເພື່ອໃຫ້ໄດ້ເອກະສານທີ່ສົມບູນແບບ ສວຍງາມ ແລະ ພ້ອມທີ່ຈະນຳໄປໃຊ້ງານ.
#ຈັດຮູບແບບຂໍ້ຄວາມ (Front)
ການຈັດຮູບແບບຂໍ້ຄວາມກໍ່ຈະປະກອບໄປດ້ວຍແບບອັກສອນ (Front), ຂະຫນາດ (Size), ສີ (Color) ແລະການຈັດລັກສະນະຕົວອັກສອນອື່ນໆ ເຊັ່ນ: ຕົວຫນາ, ຕົວອຽງ ຫລື ຂີດກ້ອງເປັນຕົ້ນ.