MICROSOFT WORD ແຖບ Ribbon ພື້ນຖານຂອງ Microsoft Word 2016

#MICROSOFT WORD
#ແຖບ Ribbon ພື້ນຖານຂອງ Microsoft Word 2016
 Home (ຫນ້າທຳອິດ) 
ຈະລວບລວມເຄື່ອງມືຈັດຮູບແບບເນື້ອຫາ, ຂໍ້ຄວາມ, ຕຳແຫນ່ງ, ຫຍໍ້ຫນ້າ, ຮູບແບບຂໍ້ຄວາມ, ເສັ້ນຂອບ, ສີພື້ນ, ສີຂໍ້ຄວາມ ຯລຯ.
 Insert
ຈະລວບລວມຂໍ້ມູນໃນການເພີ່ມອອ໋ບເຈັກ ຕ່າງໆ ເຊັ່ນ: ຫນ້າເຈ້ຍ, ຫນ້າປົກ, ຕາຕະລາງ, Comment, Symbols, SmartArt, ຮູບພາບ, ຮູບແຕ້ມ, WordArt, ກ່ອງຂໍ້ຄວາມ, ຫົວເອກະສານ/ທ້າຍເອກະສານ ຯລຯ.
 Design (ອອກແບບ)
ຈະລວບລວມເຄື່ອງມືອອກແບບຕ່າງໆເຊັ່ນ: ເລືອກຊຸດ Themes ເອກະສານ, ເລືອກຮູບແບບ, ຊຸດສີ, ໃສ່ effect, ຊຸດ Front, ໃສ່ລາຍນ້ຳ, ເສັ້ນຂອບ, Paragraph Spacing ແລະ ໃສ່ສີເຈ້ຍ.
 Layout
ຈະລວບລວມເຄື່ອງມືຈັດການກ່ຽວກັບໂຄງຮ່າງຂອງເອກະສານ ເຊັ່ນ: ໄລຍະຂອບ, ແນວຂອງເອກະສານ, ຂະຫນາດເອກະສານ, ການແບ່ງຫນ້າເອກະສານ, ໄລຍະຫ່າງ, ຕຳແຫນ່ງຮູບພາບ, ຈັດຂໍ້ຄວາມກັບຮູບພາບ ຯລຯ
 References (ການອ້າງອີງ)
ຈະລວບລວມເຄື່ອງມືແຊກຂໍ້ມູນການອ້າງອີງ ເຊັ່ນ: ດັດສະນີ, ສາລະບານ, ການອ້າງອີງ ຯລຯ
 Mailings (ການສົ່ງຈົດຫມາຍ)
ເຄື່ອງມືສຳລັບການສົ່ງຈົດຫມາຍ, ຊອງຈົດຫມາຍ, ຈົດຫມາຍວຽນ (Mail Merge), ເລເບລ (Label).
 Review
ຈະມີເຄື່ອງມືຕ່າງໆເຊັ່ນ: ການແປເອກະສານ, ກວດສອບຄຳສະກົດ, ໃຊ້ເອກະສານຮ່ວມກັນ, ປຽບທຽບເອກະສານ, ເພີ່ມຂໍ້ຄິດເຫັນ, ໃສ່ລະຫັດ ແລະກວດສອບການແກ້ໄຂ.
 View (ມຸມມອງ)
ລວບລວມເຄື່ອງມືສະແດງຕ່າງໆເຊັ່ນ: ໄມ້ບັນທັດ, ເສັ້ນກຣີດ, ປ່ຽນມຸມມອງເອກະສານ, ຫຍໍ້/ຂະຫຍາຍ ມຸມມອງ, ສະແດງຫນ້າເອກະສານ, ການສ້າງຫນ້າຕ່າງໃຫມ່ ແລະ ຈັດລຽງຫນ້າຕ່າງເອກະສານ.
 Contextual Tab
ຈະເປັນແຖບເຄື່ອງມືພິເສດທີ່ສຳພັນກັບການເລືຶອກຕ່າງໆ ເຊັ່ນ: Picture, Chart, SmartArt ແລະ Table ເພື່ອໃຊ້ຈັດການກັບສິ່ງທີ່ເລືອກນັ້ນ ເຊັ່ນ: ເມື່ອເລືອກກຣາບຈະສະແດງແຖບ Chart tools ໂດຍຈະມີແຖບຍ່ອຍ Design, Layout ແລະ Format ທີ່ມີຄຳສັ່ງໃນການອອກແບບແລະຈັດຮູບແບບໃຫ້ກັບກຣາບເປັນຕົ້ນ ເຊິ່ງຈະຄືກັບການໃຊ້ໃນ Excel ແລະ PowerPoint.

ສອນ ຄອມພິວເຕີ ແບບມືອາຊີບ