แสดงบทความที่มีป้ายกำกับ ສອນ word 2016 แสดงบทความทั้งหมด
แสดงบทความที่มีป้ายกำกับ ສອນ word 2016 แสดงบทความทั้งหมด

ສອນ Microsoft word ຈັດຮູບແບບຫຍໍ້ຫນ້າ (Paragraph)

#Microsoft word
#ຈັດຮູບແບບຫຍໍ້ຫນ້າ (Paragraph)

ໂດຍປົກກະຕິແລ້ວໂປຣແກຣມຈະຕັ້ງຄ່າເລີ່ມຕົ້ນຂອງການຈັດຫຍໍ້ຫນ້າທີ່ຂອບເອກະສານແຕ່ລະດ້ານໃຫ້ ເຊິ່ງຂອບເຂດນັ້ນຈະມາຈາກການຕັ້ງຄ່າຫນ້າເອກະສານ (Margins) ທີ່ໄດ້ເລືອກໄວ້ ຂໍ້ຄວາມທີ່ປ້ອນເຂົ້າໄປໃນແຕ່ລະຫຍໍ້ຫນ້າ ຈະເລີ່ມທີ່ຕຳແຫນ່ງໄລຍະຂອບຊ້າຍ ແລະຈົບທີ່ໄລຍະຂອບຂວາສະເຫມີ ສັງເກດຈາກໄມ້ບັນທັດດ້ານເທິງແລະດ້ານຂ້າງຂອງເອກະສານ ແຕ່ເຮົາສາມາດຕັ້ງຄ່າໃຫມ່ໄດ້ງ່າຍໆດ່ັງນີ້:
 ການຈັດຫຍໍ້ຫນ້າແບບງ່າຍໆ ແລະໄວດ້ວຍປຸ່ມຄຳສັ່ງໃນກຸ່ມ Paragraph ໃນແຖບ Home ມີດັ່ງນີ້:
 Increase Indent ເພີ່ມການຫຍັບໄປທາງຂວາເທື່ອລະ 0.5 ນິ້ວ
 Decrease Indent ຫຍັບເຂົ້າມາທາງດ້ານຊ້າຍເທື່ອລະ 0.5 ນິ້ວ

Read More

ສອນ Microsoft word ຈັດຮູບແບບຕົວອັກສອນດ້ວຍ Drop Cap

# Microsoft word
#ຈັດຮູບແບບຕົວອັກສອນດ້ວຍ Drop Cap
ການຈັດເອກະສານແບບຈົດຫມາຍຂ່າວ ຫລືເອກະສານແບບວາລະສານ ສາມາດຈັດຮູບແບບຕົວອັກສອນຂອງຫຍໍ້ຫນ້າໃຫ້ເປັນຕົວໃຫຍ່ ເພື່ອເປັນຈຸດນຳສາຍຕາໃຫ້ຫຍໍ້ຫນ້ານັ້ນຫນ້າສົນໃຈຫລາຍຂື້ນ ໂດຍຈະເລືອກໃສ່ໄດ້ດ່ັງນີ້:

Read More

ສອນ Microsoft word ຈັດຂໍ້ຄວາມແບບ WordArt

#ສອນ Microsoft word
#ຈັດຂໍ້ຄວາມແບບ WordArt

ນອກຈາກການໃສ່ Effect ຂໍ້ຄວາມທີ່ຜ່ານມາແລ້ວ ເຮົາສາມາດຈັດຮູບແບບຂໍ້ຄວາມດ້ວຍ WordArt ເຊິ່ງຈະເລືອກ Effect ຂໍ້ຄວາມໄດ້ຫລາກຫຼາຍກວ່າ ເຊັ່ນ: ຫມູນຂໍ້ຄວາມຫລືຫມູນແບບ 3 ມິຕິໄດ້:
 Effect ຂໍ້ຄວາມມີດັ່ງນີ້

 Shadow ໃສ່ເງົາ
 Reflection ເງົາສະທ້ອນ
 Glow ເຮືອງແສງ
 Bevel ຍົກໃຫ້ນູນ
 3D Rotation ການຫມູນ 3ມິຕິ
 Transform ແປງຂໍ້ຄວາມເປັນຮູບຮ່າງຕ່າງໆ

Read More

ສອນ Microsoft word ຈັດຮູບແບບດ້ວຍ Styles

#ສອນ Microsoft word
#ຈັດຮູບແບບດ້ວຍ Styles
Styles (ລັກສະນະ) ຄືຊຸດຮູບແບບທີ່ໄດ້ຈັດເນື້ອຫາ ເຊັ່ນ: ແບບອັກສອນ, ຫຍໍ້ຫນ້າ, ແທ໊ບ, ສີພື້ນ, ເລກລຳດັບ, ບລູເລັດ ແລະ ເສັ້ນຂອບ ສະໄຕລ໌ຈຶ່ງໃຊ້ເກັບຮູບແບບທີ່ໃຊ້ງານເລື້ອຍໆເອົາໄວ້ ເຮົາສາມາດນຳເອົາມາໃຊ້ງານຊໍ້ຳໆໃນເອກະສານໄດ້ຕາມຕ້ອງການ ສະໄຕລ໌ ຍັງຊ່ວຍໃຫ້ເຮົາຈັດຮູບແບບໃຫ້ໄດ້ມາດຕະຖານດຽວກັນ ເຊັ່ນ: ຂ້ໍຄວາມຫົວເລື່ອງຂອງເອກະສານຄວນຈະໃຊ້ຮູບແບບດຽວກັນ ນອກຈາກນີ້ຍັງເອົາ Styles ປະເພດຫົວເລື່ອງ (Heading) ມາໃຊ້ອ້າງອີງສຳລັບສາລະບານໄດ້ອີກດ້ວຍ ໂດຍໂປຣແກຣມໄດ້ຈັດຕຽມ Styles ຂໍ້ຄວາມເອົາໄວ້ຫລາຍຊຸດໃນກຸ່ມຄຳສັ່ງ Styles ໃນແຖບ Home ເອີ້ນໃຊ້ງານໄດ້ດ່ັງຕໍ່ໄປນີ້:


Read More

#Microsoft word #ຈັດຮູບແບບລາຍການດ້ວຍຕົວເລກ ແລະ Bullet

#Microsoft word
#ຈັດຮູບແບບລາຍການດ້ວຍຕົວເລກ ແລະ Bullet

ຂໍ້ຄວາມທີ່ເປັນລັກສະນະແບບລາຍການ ຫລືເປັນຫົວຂໍ້ຍ່ອຍຫລາຍໆຫົວຂໍ້ອາດຈັດໃຫ້ຫນ້າສົນໃຈໂດຍການເນັ້ນຕົວເລກແບບລຳດັບ ຫຼືໃສ່ສັນຍາລັກແບບ Bullets ເຮັດໃຫ້ອ່ານງ່າຍສະບາຍຕາ ແລະແຍກແຕ່ລະລາຍການໃຫ້ໂດດເດັ່ນຂື້ນ ເຊິ່ງຈະເລືອກໄດ້ 2 ແບບ ຄື ແລະລຳດັບ (Numbering) ແລະສັນຍາລັກສະແດງຫົວຂໍ້ (Bullets) ໄວ້ຫນ້າຂໍ້ຄວາມ ດັ່ງຮູບທີ່ສະແດງໃຫ້ເຫັນຢູ່ດ້ານລຸ່ມ:
ຖ້າເລືອກ Define New Number Format… ຈະເລືອກຮູບແບບຕົວເລກ, ຂະຫນາດ ຫລືສີຂອງຕົວເລກໄດ້.


Read More

Microsoft word ບັນທຶກ ເອກະສານ

Microsoft word
ບັນທຶກ ເອກະສານ 
ການຈັດເກັບເອກະສານຂອງ Word ຈະໃຊ້ຄຳສ່ັງ Save ຫລື້ Save as ໄດ້ທັ້ງ 2 ແບບ ຖ້າບໍ່ເຄີຍບັນທຶກມາກ່ອນຈະເຮັດໄດຄືກັນ ແຕ່ຖ້າເຄີຍບັນທຶກມາແລ້ວ ຄຳສັ່ງ Save as ຈະໃຫ້ປ່ຽນຊື່ເອກະສານໃຫມ່ ຫລື ເປັນການບັນທຶກເອກະສານເປັນສະບັບໃຫມ່ ແຍກກອອກຕ່າງຫາກຈາກເອກະສານເກົ່າ ຫລື ສາມາດປ່ຽນປະເພດຂອງເອກະສານໄດ້ໄດ້.
 ປະເພດຂອງ ໄຟລ໌ .docx ແລະ .doc
ໄຟລ໌ເອກະສານທີ່ບັນທຶກດ້ວຍ Word 2016, 2013 ແລະ 2010 ຄ່າພື້ນຖານຈະຕັ້ງການບັນທຶກເປັນໄຟລ໌ Word Document (.docx) ເຊິ່ງບໍ່ສາມາດນຳໄປເປິດກັບ Word ເວີຊັນກ່ອນຫນ້ານີ້ໄດ້ ແຕ່ຖ້າເຮົາຕ້ອງການບັນທຶກເປັນໄຟລ໌ເອກະສານ Word (.doc) ຕ້ອງກຳນົດຕົວເລືອກໃນຫົວຂໍ້ Save as ,type ໃຫ້ເປັນ Word 97-2003 Document ເປັນທຶກເປັນໄຟລ໌ .doc ເພື່ອນຳໄປໃຊ້ງານກັບ Word 97 ເຖິງ 2003 ໄດ້ ແຕ່ຄຸນສົມບັດໃຫມ່ໆທີ່ຈັດໃນ Word 2016, 2013, 2010 ບາງຢ່າງຈະຖືກລົບຖິ້ມໄປ ເພາະວ່າບໍ່ສາມາດສະແດງຜົນໄດ້ ຈະເຫລືອພຽງແຕ່ຂໍ້ມູນພື້ນຖານທີ່ສະແດງຜົນໄດ້.


Read More

Microsoft word ເຊື່ອງ/ສະແດງ ໄມ້ບັນທັດ (Ruler)

Microsoft word
ເຊື່ອງ/ສະແດງ ໄມ້ບັນທັດ (Ruler)
ເອກະສານຂອງ Word ຈະຕ້ອງອາໃສການຕັ້ງຄ່າການສະແດງຕຳແຫນ່ງຂໍ້ຄວາມຈາກໄມ້ບັນທັດເປັນຫລັກ ເຊັ່ນ: ຫຍໍ້ຫນ້າເທົ່າໃດ, ຕັ້ງໄລຍະຂອບເທົ່າໃດ ຫລືຕັ້ງແຖບທີ່ຕຳແຫນ່ງໃດເປັນຕົ້ນ ຫາກໄມ້ບັນທັດເຮົາຫາຍໄປ ຫລືຕ້ອງການເຊື່ອງໄມ້ບັນທັດກໍ່ຄລິກເລືອກເຊື່ອງ/ສະແດງ ໄມ້ບັນທັດຈາກແທ໊ບ (Tap) View ໄດ້ ນອກຈາກນີ້ຍັງສະແດງເສັ້ນຕາຕະລາງຫລືເສັ້ນກຣີດເພື່ອເປັນແນວໃນການຈັດວາງສິ່ງຕ່າງໆໃນເອກະສານໃຫ້ກົງກັບແນວດຽວກັນໄດ້.
 ປ່ຽນຫນ່ວຍວັດໄມ້ບັນທັດ ແລະການວັດຄ່າໃນເອກະສານ
ເຮົາສາມາດຕັ້ງຄ່າຫນ່ວຍວັດຄ່າຕ່າງໆໃນ word ໃຫ້ເປັນຫນ່ວຍວັດທີ່ເຮົາຖະຫນັດໄດ້ ເຊັ່ນ: ຫນ່ວຍວັດໄມ້ບັນທັດ, ຂະຫນາດເອກະສານ ຫລືຫນ່ວຍວັດໃນເຄື່ອງມືຕ່າງໆໂດຍຈະປ່ຽນໄດ້ດັ່ງນີ້:

Read More

ເປີດໂປຣແກຣມ Microsoft Word 2016

Microsoft word 
ເປີດໂປຣແກຣມ Microsoft Word 2016 

ເມື່ອເປີດໂປຮແກຣມ Microsoft Word 2016 ຂື້ນມາຄັ້ງທຳອິດ ໂປຣແກຣມຈະໃຫ້ເລືອກວ່າຕ້ອງການເລີ່ມຕົ້ນສ້າງເອກະສານແບບໃດ ອາດຈະເລືອກ Blank document (ເອກະສານເປົ່າ) ຫລືຈະເລືອກເອກະສານຈາກ Template ທີ່ມີການອອກແບບໂຄງຮ່າງເອກະສານມາແລ້ວ ຊຶ່ງຈະມີເອກະສານຮູບແບບຕ່າງໆໃຫ້ເລືອກນຳເອົາມາໃຊ້ງານ.  ສ້າງເອກະສານໃຫມ່ຈາກ Blank Document (ເອກະສານເປົ່າ)

Read More