แสดงบทความที่มีป้ายกำกับ ສອນ Microsoft office แสดงบทความทั้งหมด
แสดงบทความที่มีป้ายกำกับ ສອນ Microsoft office แสดงบทความทั้งหมด

ສອນ Microsoft Word ສ້າງປົກລາຍງານ (Cover)

ສອນ Microsoft Word
ສ້າງປົກລາຍງານ (Cover)

ເນື້ອໃນເອກະສານບາງປະເພດ ເຊັ່ນ: ລາຍງານ, ບົດຄວາມ ຫຼືຂໍ້ມູນທາງວິຊາການ ເມື່ອຈະນຳໄປໃຊ້ງານອາດຈະຕ້ອງມີປົກລາຍງານເອົາໄວ້ບອກຊື່ເລື່ອງລາຍງານ, ສົ່ງໄປໃຫ້ຄົນອື່ນ ຫລືສ້າງໂດຍໃຜ ເປັນຕົ້ນ, ການສ້າງປົກລາຍງານໃນ Word ເຮັດໄດ້ຈາກປົກລາຍງານສຳເລັດຮູບຈາກຄຳສັ່ງ Cover Page ເຊິ່ງມີໃຫ້ເລືອກຫລາຍຮູບແບບ ເພື່ອໃຫ້ເຂົ້າຊຸດກັບຊຸດສີເອກະສານທີ່ເຮົາເລືອກໃຊ້ ໂດຍສາມາດເລືອກໄດ້ດັ່ງຕົວຢ່າງດ້ານລຸ່ມ:



Read More

ສອນ Microsoft word ໃສ່ສັນຍາລັກໃນຊ່ອງຫວ່າງ Tab (Tab Leader)

ສອນ Microsoft word
ໃສ່ສັນຍາລັກໃນຊ່ອງຫວ່າງ Tab (Tab Leader)
ຫາກເຮົາຕັ້ງໄລຍະ Tab ເພື່ອພິມຂໍ້ຄວາມເປັນແນວນອນ ແລະຕ້ອງການໃຫ້ມີເສັ້ນເຊື່ອມໂຍງລະຫວ່າງຂໍ້ຄວາມສອງ Tab ເຊ່ັນ: ຊື່ສິນຄ້າແລະລາຄາ ເຊິ່ງເປັນຂໍ້ມູນກ່ຽວຂ້ອງກັນ ຫລືໃຊ້ຍະຫວ່າງເພື່ອຂຽນຂໍ້ມູນ ກໍ່ໃຊ້ວິທີໃສ່ເສັ້ນໃນຊ່ອງຫວ່າງລະຫວ່າງ Tab ດ້ວຍຈ້ຳ . ຫລື _ ໄດ້.

Read More

ສອນ Microsoft word ຕັ້ງໄລຍະ Tap

ສອນ Microsoft word
ຕັ້ງໄລຍະ Tap
ຖ້າມີຂໍ້ຄວາມທີ່ຕ້ອງພີມ ແລ້ວຕັ້ງໄລຍະຫ່າງໃນການເຄາະວັກໃຫ້ກົງກັນ ກໍ່ໃຊ້ວິທີຕັ້ງຕຳແຫນ່ງ Tap ແລ້ວໃຊ້ວິທີກົດປຸ່ມ Tap ໃນແປ້ນພິມໃຫ້ເຄີເຊີກະໂດດໄປຫາຕຳແຫນ່ງຕ່າງໆໄດ້ງ່າຍແລະໄວຂື້ນ.
 ຮູບແບບຂອງ Tap ມີ 5 ແບບດັ່ງນີ້:
 Left Tab ຂໍ້ຄວາມຈະຕິດກັບດ້ານຊ້າຍ
 Right Tab ຂໍ້ຄວາມຈະຕິດກັບດ້ານຂວາ
 Center Tap ຂໍ້ຄວາມຢູ່ເຄິ່ງກາງ
 Bar Tab ຈະສະແດງຂີດຕັ້ງ ( l ) ໃນຕຳແຫນ່ງ Tab
 Decimal Tab ຈຸດທົດສະນິຍົມ ເມື່ອໃສ່ຈຸດຕົວເລກຂອງທົດສະນິຍົມຈະຢຸ່ດ້ານຫລັງຈຸດ Tab


Read More

ສອນ Microsoft word ຈັດຮູບແບບຫຍໍ້ຫນ້າ (Paragraph)

#Microsoft word
#ຈັດຮູບແບບຫຍໍ້ຫນ້າ (Paragraph)

ໂດຍປົກກະຕິແລ້ວໂປຣແກຣມຈະຕັ້ງຄ່າເລີ່ມຕົ້ນຂອງການຈັດຫຍໍ້ຫນ້າທີ່ຂອບເອກະສານແຕ່ລະດ້ານໃຫ້ ເຊິ່ງຂອບເຂດນັ້ນຈະມາຈາກການຕັ້ງຄ່າຫນ້າເອກະສານ (Margins) ທີ່ໄດ້ເລືອກໄວ້ ຂໍ້ຄວາມທີ່ປ້ອນເຂົ້າໄປໃນແຕ່ລະຫຍໍ້ຫນ້າ ຈະເລີ່ມທີ່ຕຳແຫນ່ງໄລຍະຂອບຊ້າຍ ແລະຈົບທີ່ໄລຍະຂອບຂວາສະເຫມີ ສັງເກດຈາກໄມ້ບັນທັດດ້ານເທິງແລະດ້ານຂ້າງຂອງເອກະສານ ແຕ່ເຮົາສາມາດຕັ້ງຄ່າໃຫມ່ໄດ້ງ່າຍໆດ່ັງນີ້:
 ການຈັດຫຍໍ້ຫນ້າແບບງ່າຍໆ ແລະໄວດ້ວຍປຸ່ມຄຳສັ່ງໃນກຸ່ມ Paragraph ໃນແຖບ Home ມີດັ່ງນີ້:
 Increase Indent ເພີ່ມການຫຍັບໄປທາງຂວາເທື່ອລະ 0.5 ນິ້ວ
 Decrease Indent ຫຍັບເຂົ້າມາທາງດ້ານຊ້າຍເທື່ອລະ 0.5 ນິ້ວ

Read More

Microsoft word ກຳນົດຮູບແບບເລກລຳດັບຫົວຂໍ້ຍ່ອຍ

#Microsoft word
#ກຳນົດຮູບແບບເລກລຳດັບຫົວຂໍ້ຍ່ອຍ
ຂໍ້ມູນບາງປະເພດອາດຈະມີລຳດັບການເຮັດງານຫລາຍຂັ້ນຕອນ ຈະມີທັ້້ງລຳດັບຫຼັກ ແລະ ລຳດັບຍ່ອຍຊ້ອນລົງໄປ ເຮົາອາດຈະເລືອກເລກລຳດັບແບບ Multilevel List ມາຈັດຮູບແບບລຳດັບໄດ້ ເຊັ່ນ: ມີຫົວ 1 ຕໍ່ມາ 1.1 ຫລື 1.1.1 ເປັນຕົ້ນ ຖ້າເລືອກເປັນ Bullets ກໍ່ຈະໄດ້ສັນຍາລັກຂອງ Bullets ແຕ່ລະລະດັບແຕກຕ່າງກັນໄປ ລາຍການລຳດັບຍ່ອຍຈະຈັດຖອຍເຂົ້າໄປຈາກລຳດັບເທິງເລັກນ້ອຍຕາມລຳດັບລາຍການຍ່ອຍແຕ່ລະຂັ້ນ.

Read More

#Microsoft word #ຈັດຮູບແບບລາຍການດ້ວຍຕົວເລກ ແລະ Bullet

#Microsoft word
#ຈັດຮູບແບບລາຍການດ້ວຍຕົວເລກ ແລະ Bullet

ຂໍ້ຄວາມທີ່ເປັນລັກສະນະແບບລາຍການ ຫລືເປັນຫົວຂໍ້ຍ່ອຍຫລາຍໆຫົວຂໍ້ອາດຈັດໃຫ້ຫນ້າສົນໃຈໂດຍການເນັ້ນຕົວເລກແບບລຳດັບ ຫຼືໃສ່ສັນຍາລັກແບບ Bullets ເຮັດໃຫ້ອ່ານງ່າຍສະບາຍຕາ ແລະແຍກແຕ່ລະລາຍການໃຫ້ໂດດເດັ່ນຂື້ນ ເຊິ່ງຈະເລືອກໄດ້ 2 ແບບ ຄື ແລະລຳດັບ (Numbering) ແລະສັນຍາລັກສະແດງຫົວຂໍ້ (Bullets) ໄວ້ຫນ້າຂໍ້ຄວາມ ດັ່ງຮູບທີ່ສະແດງໃຫ້ເຫັນຢູ່ດ້ານລຸ່ມ:
ຖ້າເລືອກ Define New Number Format… ຈະເລືອກຮູບແບບຕົວເລກ, ຂະຫນາດ ຫລືສີຂອງຕົວເລກໄດ້.


Read More

Microsoft word ຈັດຮູບແບບສີພື້ນ (Shading) ໃສ່ເສັ້ນຂອບເນື້ອຫາ (Borders)

#Microsoft word

#ຈັດຮູບແບບສີພື້ນ (Shading)
ເປັນການໃສ່ສີພື້ນເພື່ອນັ້ນຂໍ້ຄວາມໃຫ້ໂດດເດັ່ນ ເຊັ່ນ: ຫົວລາຍການ ຫຼື ຂໍ້ມູນທີ່ຕ້ອງການເນັ້ໃຫ້ຫນ້າສົນໃຈ.
#ໃສ່ເສັ້ນຂອບເນື້ອຫາ (Borders)
ການໃສ່ເສັ້ນຂອບເພື່ອເນັ້ນຂອບເຂດຂອງຂໍ້ຄວາມ ໂດຍໄລຍະຂອງເສັ້ນຂອບຈະສະແດງຕາມຕຳແຫນ່ງກັ້ນຫນ້າແລະກັ້ນຫລັງຂອງຂໍ້ຄວາມໃນຫົວຂໍ້ຫລືຫຍໍ້ຫນ້ານັ້ນ.


Read More