ສອນ Microsoft word ຈັດຮູບແບບຫຍໍ້ຫນ້າ (Paragraph)

#Microsoft word
#ຈັດຮູບແບບຫຍໍ້ຫນ້າ (Paragraph)

ໂດຍປົກກະຕິແລ້ວໂປຣແກຣມຈະຕັ້ງຄ່າເລີ່ມຕົ້ນຂອງການຈັດຫຍໍ້ຫນ້າທີ່ຂອບເອກະສານແຕ່ລະດ້ານໃຫ້ ເຊິ່ງຂອບເຂດນັ້ນຈະມາຈາກການຕັ້ງຄ່າຫນ້າເອກະສານ (Margins) ທີ່ໄດ້ເລືອກໄວ້ ຂໍ້ຄວາມທີ່ປ້ອນເຂົ້າໄປໃນແຕ່ລະຫຍໍ້ຫນ້າ ຈະເລີ່ມທີ່ຕຳແຫນ່ງໄລຍະຂອບຊ້າຍ ແລະຈົບທີ່ໄລຍະຂອບຂວາສະເຫມີ ສັງເກດຈາກໄມ້ບັນທັດດ້ານເທິງແລະດ້ານຂ້າງຂອງເອກະສານ ແຕ່ເຮົາສາມາດຕັ້ງຄ່າໃຫມ່ໄດ້ງ່າຍໆດ່ັງນີ້:
 ການຈັດຫຍໍ້ຫນ້າແບບງ່າຍໆ ແລະໄວດ້ວຍປຸ່ມຄຳສັ່ງໃນກຸ່ມ Paragraph ໃນແຖບ Home ມີດັ່ງນີ້:
 Increase Indent ເພີ່ມການຫຍັບໄປທາງຂວາເທື່ອລະ 0.5 ນິ້ວ
 Decrease Indent ຫຍັບເຂົ້າມາທາງດ້ານຊ້າຍເທື່ອລະ 0.5 ນິ້ວ