แสดงบทความที่มีป้ายกำกับ ສອນ Excel แสดงบทความทั้งหมด
แสดงบทความที่มีป้ายกำกับ ສອນ Excel แสดงบทความทั้งหมด

microsoft excel ການແກ້ໄຂແລະລົບຊື່ເຊວ

#microsoft excel
#ການແກ້ໄຂແລະລົບຊື່ເຊວ

ຫລັງຈາກຕັ້ງຊື່ເຊວໄວ້ແລ້ວ ເຮົາສາມາດແກ້ໄຂຫລືຈັດການກັບຊື່ເຊວເຫຼົ່ານັ້ນໄດ້ ເຊັນ ປ່ຽນຊື່, ລົບຊື່, ຫລື ປ່ຽນຕຳແຫນ່ງເຊວເປັນຕົ້ນ ໂດຍໃຊ້ເຄື່ຶອງມື Name Manager (ຕົວຈັດການຊື່) ໃນແຖບ Formulars ດັ່ງນີ້:
• ຕົວເລືອກໃນການແກ້ໄຂຊື່ເຊວ Nam Manager
+ Name (ຊື່) ສະແດງລາຍການຊື່ເຊວແລ້ວຊື່ຕາຕະລາງທັ້ງຫມົດທີ່ມີ
+ Value ຄ່າທີ່ເກັບໃນຊື່ເຊວແຕ່ລະຊື່
+ Refers To ຊື່ worksheet ແລະຕຳແຫນ່ງເຊວທີ່ຢູ່ໃນຊື່ເຊວນີ້
+ Scope ຂອບເຂດການເລືອກນຳຊື່ເຊວໄປໃຊ້ງານ
• Workbook ຊື່ເຊວນີ້ຈະຮຽກໃຊ້ໄດ້ຕະຫລອດທັ້ງ Workbook
• Worksheet ຊື່ເຊວນີ້ຈະຮຽກໃຊ້ໄດ້ສະເພາະໃນ worksheet ທີ່ສ້າງເທົ່ານັ້ນ
- ປຸ່ມ New ຕັ້ງຊື່ເຊວເພີ່ມເຕີມ ໂດຍຈະເປີດຫນ້າຕ່າງ New name ຂື້ນມາ
- ປຸ່ມ Edit ແກ້ໄຂຊື່ເຊວ ໂດຍເປີດຫນ້າຕ່າງ Edit Name ຂື້ນມາ ຊຶ່ງສາມາດປ່ຽນຊື່ຂອງເຊວໄດ້ໃນຊ່ອງ Name ແລະປ່ຽນຕຳແຫນ່ງເຊວໂດຍຄລິກປຸ່ມ ຂອງຊ່ອງ Refers to: ເພື່ອເລືອກຊ່ອງເຊວໃຫມ່
- ປຸ່ມ Delete ລົບຊື່ເຊວທີ່ເລືອກຖິ້ມ
- ປຸ່ມ Filter ຈັດລຽງຂໍ້ມູນໃນ Name Manager ໃຫ້ສະແດງສະເພາະຊື່ເຊວ
+ Clear Filter ໄປລຽງຊື່ເຊວ
+ Names Scoped to Worksheet ສະແດງສະເພາະຊື່ເຊວທີ່ໃຊ້ໃນ worksheet ທີ່ສ້າງ
+ Names Scoped to Workbook ສະແດງສະເພາະຊື່ເຊວທີ່ໃຊ້ໃນ workbook ທັງຫມົດ
+ Name with Error ສະແດງສະເພາະຊື່ເຊວທີ່ເກີດຄວາມຜິດພາດ
+ Name without Error ສະແດງສະເພາະຊື່ເຊວທີ່ບໍ່ມີຂ້ໍຜິດພາດ
+ Defined Name ສະແດງສະເພາະຊື່ເຊວທີ່ຖືກຕັ້ງຊື່ໄວ້
+ Table Name ສະແດງສະເພາະຊື່ຕາຕະລາງ ( ທີ່ສ້າງຈາກຄຳສັ່ງ Format as Table )

Read More

Microsoft excel ສູດແບບ Array

Microsoft excel
ການເຮັດງານກັບ Excel ໂດຍປົກະຕິທົ່ວໄປແລ້ວເມື່ອເຮົາຕ້ອງອ້າງອີງເຖິງຄ່າຫລືຂໍ້ມູນທີ່ເກັບໃນເຊວເຮົາຈະໃຊ້ວິທີການອ້າງຈາກຕຳແຫນ່ງເຊວທີ່ເກັບຂໍ້ມູນນັ້ນດັ່ງທີ່ໄດ້ກ່າວໄວ້ໃນບົດທີ່ຜ່ານໆມາເຊັ່ A3, B3 ຫລື A1:B13 ເວລາໃສ່ສູດຄຳນວນເຮົາກໍ່ຈະອ້າງອີງເຖິງຕຳແຫນ່ງເຊວທີ່ໃຊ້ຄຳນວນແບບສຳພັນ (Relative) ແລະ ແບບສົມບູນ (Absolute) ເຊັ່ນ = A2*B3 ຫລື =A3*$B$13 ລວມເຖິງການອ້າງອິງໃນຟັງຊັນເຊັ່ນ =sum(D4:D10) ເປັນຕົ້ນ ແຕ່ຍັງມີການອ້າງອິງຕຳແຫນ່ງເຊວໃນການຄຳນວນອີກແບບຫນຶ່ງຄື ການອ້າງອິງແບບ array ຫລືການສ້າງ ສູດ array (Array Formula) ເຊິ່ງຈະເປັນສູດທີ່ສາມາດຄຳນວນຕັ້ງແຕ່ຫນຶ່ງລາຍການຈົນເຖິງຫລາຍໆລາຍການໄດ້ ແລະ ສູດ array ສາມາດສະແດງຜົນໄດ້ເຊວດຽກ ຫລື ຫລາຍໆເຊວໄດ້ ຈະມີຟັງຊັນຫລາຍໆຕົວທີ່ຈຳເປັນຕ້ອງການອ້າງອິງແບບ array ຈຶ່ງເຮັດໃຫ້ສູດນັ້ນຄຳນວນໄດ້ຢ່າງສົມບູນແລະຖືກຕ້ອງ.


Read More

Microsoft Excel ປະໂຫຍດຂອງການໃຊ້ສູດ array

Read More

Microsoft Excel, ຄລິກປຸ່ມ Function ໃນແຖບສູດ

Read More

Microsoft excel ສາ້ງສູດ array ແບບຫລາຍເຊວ

Read More

Microsoft Excel ການລົບແລະຍ້າຍສູດອາເຣ (array) #ການຍ້າຍສູດ array

Read More

Microsoft Excel ວິເຄາະຂ້ໍມູນດ້ວຍກຣາບ (Chart)

Read More

ແຖບ Ribbon ພື້ນຖານຂອງ Excel 2016

·        Home (ຫນ້າທຳອິດ)

ແຖບເຄື່ອງມືກຸ່ມ ກ໋ອບປີ້, ວາງ, ຈັດຮູບແບບເນື້ອຫາຂໍ້ຄວາມດ ຕົວເລກດ ຈັດຕຳແຫນງ, ການສະແດງຜົນ, ລົບ ຫລື ແຊກແຖວ, ຖັນ ແລະ ຄົ້ນຫາຂໍ້ຄວາມ



·        Insert (ແຊກ)




ແຖບເຄື່ອງມີກຸ່ມແຊກອອບເຈັກຕ່າງໆ ເຊັ່ນ:  ຕາຕະລາງດ ກຣາບ, ລາຍງານ, Slicer, Apps, PivotTable ແລະ ກຣາບຝິກຕ່າງໆ ເຊັ່ນ SmartArt, ຮູບພາບ, ຮູບແຕ້ມ, Workart ແລະຫົວ/ທ້າຍເອກະສານ



·        Page Layout



ແຖບເຄື່ອງມືກຸ່ມຕັ້ງຄ່າກະດາດເຊັ່ນ: ເລືອກຊຸດສີ, ເລືອກໂທນສີ, ຂະຫນາດຂອງຫນ້າກະດາດ, ໄລຍະຂອບ ແລະ ຕັ້ງຄ່າການພິມ.

·        Formulas
ແຖບເຄື່ອງມືສຳລັບສ້າງສູດໃນການຄິດໄລ່ ສະແດງກຸ່ມຟັງຊັ່ນຄິດໄລ່, ເພີ່ມສູດ, ການຕັ້ງຊື່ເຊວແລະການກວດສອບແກ້ໄຂສູດ.

·        Data (ຂໍ້ມູນ)
ແຖບເຄື່ອງມືຈັດການຂໍ້ມູນປະເພດຖານຂໍ້ມູນດ ເຊັ່ນ: ຈັດລຽງ, ກັ່ນຕອງຂໍ້ມູນ, ນຳເຂົ້າ/ສົ່ງອອກ ຂໍ້ມູນ

·        Review
ແຖບເຄື່ອງມືສຳລັບກວດສອບຂໍ້ມູນ ເຊັ່ນ: ກວດຄຳສະກົດ, ແປ, ປ້ອງກັນ ແລະ ໃສ່ຂໍ້ຄິດເຫັນຕ່າງໆ

·        View
ແຖບມຸມມອງ, ມີເຄື່ອງມື ເຊື່ອງ/ສະແດງເສັ້ນຕາຕະລາງຫລືອແຖບສູດ, ປ່ຽນມຸມມອງ, ຫຍໍ້/ຂະຫຍາຍ, ຈັດລຽງຫນ້າຕ່າງແລະປຽບທຽບເອກະສານ

·        Format
ເປັນ Contextual Tap  ແຖບເຄື່ອງມືພິເສດທີ່ສຳພັນກັບການເລືອກຕ່າງໆເຊັ່ນ: Picture, chart, SmartArt ແລະ Table ເພື່ອໃຊ້ຈັດການກັບສິ່ງທີ່ເລືຶອກເຊັ່ນ: ເມື່ອເລືອກກຣາບຈະໃຊ້ຈັດຮູບແບບໃຫ້ກັບກຣາບ ຫລື ຖ້າເລືອກ SmartArt ເປັນຕົ້ນ.

·        Chart Tools
ແຖບເຄື່ອງມືຂອງກຣາບຈະສະແດງເມື່ອສ້າງຕາຕະລາງດ້ວຍຄຳສັ່ງ Format as Tabel, ແຖບ Design ໃຊ້ສຳລັບຈັດການກັບຕາຕະລາງແລະຈັດຮູບແບບຕາຕະລາງ




Read More

ສ່ວນປະກອບຂອງ Worksheet



ໃນ 1 Workbook ຈະມີ Worksheet ເປັນພື້ນທີ່ໃນການເກັບຂໍ້ມູນ ຈະມີຊື່ອື່ນສ່ວນປະກອບຕ່າງໆດັ່ງນີ້






2

1
1. Name Box  ສະແດງຊື່ເຊວທີ່ເລືອກ ແລະ ຊື່ເຊວທີ່ກຳນົດຂື້ນມາໃຫມ່ເມື່ອເລືອກເຊວໃດຈະສະແດງຊື່ເຊວນັ້ນໃນຊ່ອງນີ້ ແລະ ສາມາດໃສ່ຊື່ເຊວເພື່ອຍ້າຍໄປເຊວທີ່ຕ້ອງການໄດ້

2. ແຖບໃສ່ສູດຄິດໄລ່


3
3. ສູດຄິດໄລ່


4

5
4. Formula bar ແຖບສູດຄິດໄລ່ທີ່ໃຊ້ສຳລັບໃສ່ສູດ, ແກ້ໄຂ ແລະສະແດງສູບເຊວທີ່ເລືອກ


6
5. . ຄລິກຂະຫຍາຍແຖບສູດ

6 . Column ພື້ນທີ່ຂອງຖັນແນວຕັ້ງຈາກຊ້າຍໄປຂວາເລີ່ມຈາກຖັນ Aໄປຈົນເຖິງຖັນ XFD ລວມທັງຫມົດ 16,384ຖັນ


7

8
7. Row (ແຖວ) ພື້ນທີ່ຂອງແຖວແນວນອນຈາກເທິງລົງລຸ່ມ ເລີ່ມຈາກແຖວທີ 1 ໄປຈົນເຖິງແຖວທີ 1,048,576


9
8. Active Cell ຄືຕຳແຫນ່ງເຊວທີ່ເລືອກໃຊ້ງານໃນປະຈຸບັນ


10
9.  ເລື່ອນໄປ Sheet ຕ່າງໆ


11
10. Sheet ທີ່ກຳລັງເປີດຢູ່


12
11. ຄລິກເພີ່ມ Sheet


13
12. ມຸມມອງຕ່າງໆ

13. ຊູມ ຫນ້າຕ່າງ ໃຫ້ໃຫຍ່ຂຶ້ນ ຫລື ນ້ອຍລົງ

Read More