microsoft excel ການແກ້ໄຂແລະລົບຊື່ເຊວ

#microsoft excel
#ການແກ້ໄຂແລະລົບຊື່ເຊວ

ຫລັງຈາກຕັ້ງຊື່ເຊວໄວ້ແລ້ວ ເຮົາສາມາດແກ້ໄຂຫລືຈັດການກັບຊື່ເຊວເຫຼົ່ານັ້ນໄດ້ ເຊັນ ປ່ຽນຊື່, ລົບຊື່, ຫລື ປ່ຽນຕຳແຫນ່ງເຊວເປັນຕົ້ນ ໂດຍໃຊ້ເຄື່ຶອງມື Name Manager (ຕົວຈັດການຊື່) ໃນແຖບ Formulars ດັ່ງນີ້:
• ຕົວເລືອກໃນການແກ້ໄຂຊື່ເຊວ Nam Manager
+ Name (ຊື່) ສະແດງລາຍການຊື່ເຊວແລ້ວຊື່ຕາຕະລາງທັ້ງຫມົດທີ່ມີ
+ Value ຄ່າທີ່ເກັບໃນຊື່ເຊວແຕ່ລະຊື່
+ Refers To ຊື່ worksheet ແລະຕຳແຫນ່ງເຊວທີ່ຢູ່ໃນຊື່ເຊວນີ້
+ Scope ຂອບເຂດການເລືອກນຳຊື່ເຊວໄປໃຊ້ງານ
• Workbook ຊື່ເຊວນີ້ຈະຮຽກໃຊ້ໄດ້ຕະຫລອດທັ້ງ Workbook
• Worksheet ຊື່ເຊວນີ້ຈະຮຽກໃຊ້ໄດ້ສະເພາະໃນ worksheet ທີ່ສ້າງເທົ່ານັ້ນ
- ປຸ່ມ New ຕັ້ງຊື່ເຊວເພີ່ມເຕີມ ໂດຍຈະເປີດຫນ້າຕ່າງ New name ຂື້ນມາ
- ປຸ່ມ Edit ແກ້ໄຂຊື່ເຊວ ໂດຍເປີດຫນ້າຕ່າງ Edit Name ຂື້ນມາ ຊຶ່ງສາມາດປ່ຽນຊື່ຂອງເຊວໄດ້ໃນຊ່ອງ Name ແລະປ່ຽນຕຳແຫນ່ງເຊວໂດຍຄລິກປຸ່ມ ຂອງຊ່ອງ Refers to: ເພື່ອເລືອກຊ່ອງເຊວໃຫມ່
- ປຸ່ມ Delete ລົບຊື່ເຊວທີ່ເລືອກຖິ້ມ
- ປຸ່ມ Filter ຈັດລຽງຂໍ້ມູນໃນ Name Manager ໃຫ້ສະແດງສະເພາະຊື່ເຊວ
+ Clear Filter ໄປລຽງຊື່ເຊວ
+ Names Scoped to Worksheet ສະແດງສະເພາະຊື່ເຊວທີ່ໃຊ້ໃນ worksheet ທີ່ສ້າງ
+ Names Scoped to Workbook ສະແດງສະເພາະຊື່ເຊວທີ່ໃຊ້ໃນ workbook ທັງຫມົດ
+ Name with Error ສະແດງສະເພາະຊື່ເຊວທີ່ເກີດຄວາມຜິດພາດ
+ Name without Error ສະແດງສະເພາະຊື່ເຊວທີ່ບໍ່ມີຂ້ໍຜິດພາດ
+ Defined Name ສະແດງສະເພາະຊື່ເຊວທີ່ຖືກຕັ້ງຊື່ໄວ້
+ Table Name ສະແດງສະເພາະຊື່ຕາຕະລາງ ( ທີ່ສ້າງຈາກຄຳສັ່ງ Format as Table )