Microsoft Word , ສ້າງເອກະສານໃຫມ່ຈາກຄຳສັ່ງ New

Microsoft Word 
ສ້າງເອກະສານໃຫມ່ຈາກຄຳສັ່ງ New 

ໃນຂະນະທີ່ເຮັດວຽກກັບເອກະສານໃດໆຢູ່ແລ້ວ ຖ້າຕ້ອງການສ້າງເອກະສານໃຫມ່ເພີ່ມອີກ ກໍ່ສາມາດເລືອກຄຳສັ່ງ New ແລ້ວເລືອກຮູບແບບເອກະສານໃຫມ່ທີ່ຈະສ້າງໄດ້ເລີຍ ຊຶ່ງຈະຄືກັບຕອນທີ່ເປີດໂປຣແກຣມໃຫມ່, ເຮົາສາມາດເລືອກຮູບແບບເອກະສານທີ່ຈະສ້າງໄດ້. ດັ່ງຕົວຢ່າງຕໍ່ໄປນີ້ ແມ່ນມີການເຊື່ອມຕໍ່ກັບ internet ເອົາໄວ້ ເຊິ່ງກໍ່ສະມີ template (ເອກະສານສຳເລັດຮູບ) ໃຫ້ເລືອກຫລາຍໆກຸ່ມ, ຫລາຍໆປະເພດ ແຕກຕ່າງກັນ ແຕ່ສຳລັບຄອມພິວເຕີຂອງທ່ານໃດທີ່ບໍ່ໄດ້ເຊື່ອມຕໍ່ກັບອິນເຕີເນັດເອົາໄວ້ ໂປຣແກຣມກໍ່ຈະສະແດງຮູບແບບເອກະສານຫນ້ອຍກວ່າໃນຕົວຢ່າງໃນປື້ມເຫລັ້ມນີ້.  ຮູບແບບເອກະສານທີ່ເລືອກມາຈະມີຂໍ້ມູນຕົວຢ່າງແລະຮູບພາບ ເຊ່ິງມີການຈັດວາງໂຄງຮ່າງເອກະສານເອົາໄວ້ໃຫ້ ຖ້າຫາກວ່າເຮົາຕ້ອງການໃຊ້ເອກະສານນີ້ກໍ່ພຽງແຕ່ໃສ່ຂໍ້ຄວາມທີ່ເຮົາຕ້ອງການລົງໄປ, ປ່ຽນຮູບພາບ ຫລືສາມາດລົບຖິ້ມແລ້ວຈັດຮູບແບບເອກະສານໃຫມ່ໄດ້ຕາມປົກກະຕິ.