ສອນ Microsoft excel ການໃຊ້ງານຊື່ເຊວໃນສູດ (Insert in Formula)

Microsoft excel
ການໃຊ້ງານຊື່ເຊວໃນສູດ (Insert in Formula)
ການໃຊ້ງານຊື່ເຊວອີກວິທີຫນຶ່ງ ໃນກໍລະນີທີ່ມີຊື່ເຊວຈຳນວນຫລາຍ ແລະຈື່ຊື່ເຊວບໍ່ໄດ້ກໍ່ສາມາດຄລິກເລືອກຄຳສັ່ງ Use in Formula ແລ້ວຄລິກເລືອກຊື່ເຊວທີ່ຈະໃຊ້ງານໃນສູດໄດ້
- ຊື່ເຊວຈາກຮູບແບບຕາຕະລາງ
ການຈັດຮູບແບບຂໍ້ມູນດ້ວຍຄຳສັ່ງ Format as Table (ຈັດຮູບແບບເປັນຕາຕະລາງ) ຈະມີຊື່ຕາລາງສະແດງທີ່ມຸມ ຊື່ທີ່ໄດ້ Table 1, Table 2, Table3, Table 4 … ໄປຕາລຳດັບການສ້າງ ແລະຖັນຫົວລາຍການໃນຕາຕະລາງກໍ່ຈະເປັນຊື່ໂດຍອັດຕະໂນມັດ ສາມາດນຳມາອ້າງອີງໃຊ້ງານໄດ້ເລີຍ ໂດຍທີ່ເຮົາບໍ່ຕ້ອງຕັ້ງຊື່ເພີ່ມ.
- ຊື່ເຊວຈາກຕາຕະລາງ
ການຈັດຮູບແບບເປັນຕາຕະລາງເມື່ອມີການອ້າງອີງເຖິງຊ່ວງເຊວໃນຕາຕະລາງແບບກຸ່ມ (ຖັນ) ຈະໄດ້ຊື່ເຊວເປັນຊື່ຂອງຖັນຂໍ້ມູນນັ້ນຢູ່ໃນເຄື່ອງຫມາຍວົງຂໍ [ ] ດັ່ງຕໍ່ໄປນີ້
+ ອ້າງອີງເຖິງລາຍການເຊວທັ້ງຖັນເຊັ່ນ =sum([ຈຳນວນ]) ຫລື =sum([ລາຄາ]) ຕາມຊື່ຫົວລາຍການເຊ່ິງເຊວທີ່ອ້າງເຖິງຕ້ອງຢູ່ໃນພື້ນທີ່ຕາລາງດ້ວຍ ຫາກຕ້ອງການອ້າງເຖິງນອກພື້ນທີ່ຕາລາງຕ້ອງລະບຸຊື່ຕາຕະລາງກ່ອນ ເຊັ່ນ =sum(Table1[ຈຳນວນ])
+ ມີການອ້າງເຖິງເຊວໃດໆໃນຕາຕະລາງກໍ່ຈະສະແດງເປັນເຄື່ອງຫມາຍ @ ບອກວ່າເປັນສ່ວນຫນຶ່ງໃນຖັນ ເຊັ່ນ =[@ລວມ] ຫມາຍເຖິງເຊວຫນຶ່ງຂອງຖັນ ລວມ.