Microsoft word ບັນທຶກ ເອກະສານ

Microsoft word
ບັນທຶກ ເອກະສານ 
ການຈັດເກັບເອກະສານຂອງ Word ຈະໃຊ້ຄຳສ່ັງ Save ຫລື້ Save as ໄດ້ທັ້ງ 2 ແບບ ຖ້າບໍ່ເຄີຍບັນທຶກມາກ່ອນຈະເຮັດໄດຄືກັນ ແຕ່ຖ້າເຄີຍບັນທຶກມາແລ້ວ ຄຳສັ່ງ Save as ຈະໃຫ້ປ່ຽນຊື່ເອກະສານໃຫມ່ ຫລື ເປັນການບັນທຶກເອກະສານເປັນສະບັບໃຫມ່ ແຍກກອອກຕ່າງຫາກຈາກເອກະສານເກົ່າ ຫລື ສາມາດປ່ຽນປະເພດຂອງເອກະສານໄດ້ໄດ້.
 ປະເພດຂອງ ໄຟລ໌ .docx ແລະ .doc
ໄຟລ໌ເອກະສານທີ່ບັນທຶກດ້ວຍ Word 2016, 2013 ແລະ 2010 ຄ່າພື້ນຖານຈະຕັ້ງການບັນທຶກເປັນໄຟລ໌ Word Document (.docx) ເຊິ່ງບໍ່ສາມາດນຳໄປເປິດກັບ Word ເວີຊັນກ່ອນຫນ້ານີ້ໄດ້ ແຕ່ຖ້າເຮົາຕ້ອງການບັນທຶກເປັນໄຟລ໌ເອກະສານ Word (.doc) ຕ້ອງກຳນົດຕົວເລືອກໃນຫົວຂໍ້ Save as ,type ໃຫ້ເປັນ Word 97-2003 Document ເປັນທຶກເປັນໄຟລ໌ .doc ເພື່ອນຳໄປໃຊ້ງານກັບ Word 97 ເຖິງ 2003 ໄດ້ ແຕ່ຄຸນສົມບັດໃຫມ່ໆທີ່ຈັດໃນ Word 2016, 2013, 2010 ບາງຢ່າງຈະຖືກລົບຖິ້ມໄປ ເພາະວ່າບໍ່ສາມາດສະແດງຜົນໄດ້ ຈະເຫລືອພຽງແຕ່ຂໍ້ມູນພື້ນຖານທີ່ສະແດງຜົນໄດ້.