Microsoft excel ສູດແບບ Array

Microsoft excel
ການເຮັດງານກັບ Excel ໂດຍປົກະຕິທົ່ວໄປແລ້ວເມື່ອເຮົາຕ້ອງອ້າງອີງເຖິງຄ່າຫລືຂໍ້ມູນທີ່ເກັບໃນເຊວເຮົາຈະໃຊ້ວິທີການອ້າງຈາກຕຳແຫນ່ງເຊວທີ່ເກັບຂໍ້ມູນນັ້ນດັ່ງທີ່ໄດ້ກ່າວໄວ້ໃນບົດທີ່ຜ່ານໆມາເຊັ່ A3, B3 ຫລື A1:B13 ເວລາໃສ່ສູດຄຳນວນເຮົາກໍ່ຈະອ້າງອີງເຖິງຕຳແຫນ່ງເຊວທີ່ໃຊ້ຄຳນວນແບບສຳພັນ (Relative) ແລະ ແບບສົມບູນ (Absolute) ເຊັ່ນ = A2*B3 ຫລື =A3*$B$13 ລວມເຖິງການອ້າງອິງໃນຟັງຊັນເຊັ່ນ =sum(D4:D10) ເປັນຕົ້ນ ແຕ່ຍັງມີການອ້າງອິງຕຳແຫນ່ງເຊວໃນການຄຳນວນອີກແບບຫນຶ່ງຄື ການອ້າງອິງແບບ array ຫລືການສ້າງ ສູດ array (Array Formula) ເຊິ່ງຈະເປັນສູດທີ່ສາມາດຄຳນວນຕັ້ງແຕ່ຫນຶ່ງລາຍການຈົນເຖິງຫລາຍໆລາຍການໄດ້ ແລະ ສູດ array ສາມາດສະແດງຜົນໄດ້ເຊວດຽກ ຫລື ຫລາຍໆເຊວໄດ້ ຈະມີຟັງຊັນຫລາຍໆຕົວທີ່ຈຳເປັນຕ້ອງການອ້າງອິງແບບ array ຈຶ່ງເຮັດໃຫ້ສູດນັ້ນຄຳນວນໄດ້ຢ່າງສົມບູນແລະຖືກຕ້ອງ.