แสดงบทความที่มีป้ายกำกับ ເກ່ັງຄອມ แสดงบทความทั้งหมด
แสดงบทความที่มีป้ายกำกับ ເກ່ັງຄອມ แสดงบทความทั้งหมด

ສອນ Microsoft Word ສ້າງປົກລາຍງານ (Cover)

ສອນ Microsoft Word
ສ້າງປົກລາຍງານ (Cover)

ເນື້ອໃນເອກະສານບາງປະເພດ ເຊັ່ນ: ລາຍງານ, ບົດຄວາມ ຫຼືຂໍ້ມູນທາງວິຊາການ ເມື່ອຈະນຳໄປໃຊ້ງານອາດຈະຕ້ອງມີປົກລາຍງານເອົາໄວ້ບອກຊື່ເລື່ອງລາຍງານ, ສົ່ງໄປໃຫ້ຄົນອື່ນ ຫລືສ້າງໂດຍໃຜ ເປັນຕົ້ນ, ການສ້າງປົກລາຍງານໃນ Word ເຮັດໄດ້ຈາກປົກລາຍງານສຳເລັດຮູບຈາກຄຳສັ່ງ Cover Page ເຊິ່ງມີໃຫ້ເລືອກຫລາຍຮູບແບບ ເພື່ອໃຫ້ເຂົ້າຊຸດກັບຊຸດສີເອກະສານທີ່ເຮົາເລືອກໃຊ້ ໂດຍສາມາດເລືອກໄດ້ດັ່ງຕົວຢ່າງດ້ານລຸ່ມ:



Read More

Microsoft excel ການຮຽກຊື່ເຊວມາໃຊ້ງານ

Microsoft excel
ການຮຽກຊື່ເຊວມາໃຊ້ງານ
ຫລັງຈາກໄດ້ກຳນົດຊື່ໃຫ້ກັບຊ່ວງເຊວໄປແລ້ວ ການນຳເອົາຊື່ເຊວນັ້ນມາໃຊ້ງານສາມາດເຮັດໄດ້ຫລາຍວິທີ ເຊັ່ນ: ຮຽກຊື່ເຊວເພື່ອເລືອກຂອບເຂດຂໍ້ມູນ, ໃສ່ໄປໃນສູດຄຳນວນ, ຈັດຮູບແບບ ຫລືນຳໄປອ້າງອີງເພື່ອກຳນົດເງື່ອນໄຂໃນສູດແບບຟັງຊັນທີ່ຊັບຊ້ອນຫລາຍຊັ້ນໄດ້ ເຊິ່ງຈະເຮັດໃຫ້ເຮົາອ່ານສູດຫລືກຳນົດສູດໄດ້ງ່າຍຂື້ນ.
• ການຮຽກໃຊ້ຊື່ເຊວ
ການຄລິກທີ່ປຸ່ມ Name Box ແລ້ວເລືອກຊື່ເຊວນັ້ນຈະສະແດງຂອບເຂດຂອງເຊວທີ່ຢູ່ໃນຊື່ເຊວນີ້ຊຶ່ງເຈົ້າສາມາດໃຊ້ຄຳສັ່ງອື່ນໆ ກັບຂໍ້ມູນຊ່ວງນີ້ໄດ້ ເຊັ່ນຈັດຮູບແບບ ຫລືແກ້ໄຂລາຍການຂໍ້ມູນ.
- ພິມຊື່ເຊວໃນສູດ
ໃນສູດຄຳນວນໃນ Excel ໂດຍປົກກະຕິຈະອ້າງອີງຈາກຕຳແຫນ່ງເຊວ ແຕ່ຖ້າມີການນຳເຊວມາຕັ້ງຊື່ແລ້ວເຮົາສາມາດອ້າງອີງຊື່ເຊວໃນສູດໄດ້ງ່າຍພຽງແຕ່ໃສ່ຊື່ເຕັມ ຫລືຊື່ເລີ່ມຕົ້ນກໍ່ຈະມີຊື່ເຊວຂື້ນມາໃຫ້ເລືອກຄິລກນຳໃສ່ໃນສູດໄດ້ເລິຍ
ນອກຈາກການໃສ່ຊື່ເຊວໃນສູດຄຳນວນແບບປົກກະຕິທົ່ວໄປແລ້ວ ເຮົາຍັງສາມາດນຳຊື່ເຊວມາອ້າງອີງໃນການກວດສອບເງື່ອນໄຂຂອງຟັງຊັນເຊັ່ນ: ຟັງຊັນ If, Sumif ເພື່ອກວດເງື່ອນໄຂແລະຄຳນວນໄດ້.


Read More

#Microsoft Excel#ການຕັ້ງຊື່ເຊວຕາມຫົວຖັນຫລືຫົວແຖວ


#Microsoft Excel

#ການຕັ້ງຊື່ເຊວຕາມຫົວຖັນຫລືຫົວແຖວ


ເປັນການຕັ້ງຊື່ເຊວທີເຮັດໄດ້ງ່າຍ ດວ້ຍການນຳເອົາຊື່ຫົວລາຍການໃນກຸ່ມຂໍ້ມູນມາຕັ້ງເປັນຊື່ເຊວ ໂດຍໂປຣແກຣມຈະເລືອກເອົາຊື່ຫົວຖັນຊ້າຍຫລືຫົວແຖວເທິງສຸດມາຕັ້ງເປັນຊື່ເຊວໃຫ້ອັດຕະໂນມັດ:
- Top Row (ຫົວແຖວດ້ານເທິງ) ໃຫ້ໃຊ້ຄ່າໃນແຖວເທິງສຸດມາເປັນຊື່ເຊວ
- Left Column (ຖັນທາງດ້ານຊ້າຍ) ໃຫ້ໃຊ້ຄ່າຂອງເຊວໃນຖັນຊ້າຍສຸດເປັນຊື່ເຊວ
- Bottom Row (ແຖວດ້ານລຸ່ມ) ໃຫ້ໃຊ້ຄ່າແຖວດ້ານລຸ່ມເປັນຊື່ເຊວ
- Right Column (ຖັນດ້ານຂວາ) ໃຫ້ໃຊ້ຄ່າຂອງເຊວໃນຖັນຂວາສຸດເປັນຊື່ເຊວ


Read More

Microsoft excel ການໃຊ້ງານຊື່ເຊວໃນສູດ (Insert in Formula)

Microsoft excel

ການໃຊ້ງານຊື່ເຊວໃນສູດ (Insert in Formula)

ການໃຊ້ງານຊື່ເຊວອີກວິທີຫນຶ່ງ ໃນກໍລະນີທີ່ມີຊື່ເຊວຈຳນວນຫລາຍ ແລະຈື່ຊື່ເຊວບໍ່ໄດ້ກໍ່ສາມາດຄລິກເລືອກຄຳສັ່ງ Use in Formula ແລ້ວຄລິກເລືອກຊື່ເຊວທີ່ຈະໃຊ້ງານໃນສູດໄດ້
- ຊື່ເຊວຈາກຮູບແບບຕາຕະລາງ
ການຈັດຮູບແບບຂໍ້ມູນດ້ວຍຄຳສັ່ງ Format as Table (ຈັດຮູບແບບເປັນຕາຕະລາງ) ຈະມີຊື່ຕາລາງສະແດງທີ່ມຸມ ຊື່ທີ່ໄດ້ Table 1, Table 2, Table3, Table 4 … ໄປຕາລຳດັບການສ້າງ ແລະຖັນຫົວລາຍການໃນຕາຕະລາງກໍ່ຈະເປັນຊື່ໂດຍອັດຕະໂນມັດ ສາມາດນຳມາອ້າງອີງໃຊ້ງານໄດ້ເລີຍ ໂດຍທີ່ເຮົາບໍ່ຕ້ອງຕັ້ງຊື່ເພີ່ມ.
- ຊື່ເຊວຈາກຕາຕະລາງ
ການຈັດຮູບແບບເປັນຕາຕະລາງເມື່ອມີການອ້າງອີງເຖິງຊ່ວງເຊວໃນຕາຕະລາງແບບກຸ່ມ (ຖັນ) ຈະໄດ້ຊື່ເຊວເປັນຊື່ຂອງຖັນຂໍ້ມູນນັ້ນຢູ່ໃນເຄື່ອງຫມາຍວົງຂໍ [ ] ດັ່ງຕໍ່ໄປນີ້
+ ອ້າງອີງເຖິງລາຍການເຊວທັ້ງຖັນເຊັ່ນ =sum([ຈຳນວນ]) ຫລື =sum([ລາຄາ]) ຕາມຊື່ຫົວລາຍການເຊ່ິງເຊວທີ່ອ້າງເຖິງຕ້ອງຢູ່ໃນພື້ນທີ່ຕາລາງດ້ວຍ ຫາກຕ້ອງການອ້າງເຖິງນອກພື້ນທີ່ຕາລາງຕ້ອງລະບຸຊື່ຕາຕະລາງກ່ອນ ເຊັ່ນ =sum(Table1[ຈຳນວນ])
+ ມີການອ້າງເຖິງເຊວໃດໆໃນຕາຕະລາງກໍ່ຈະສະແດງເປັນເຄື່ອງຫມາຍ @ ບອກວ່າເປັນສ່ວນຫນຶ່ງໃນຖັນ ເຊັ່ນ =[@ລວມ] ຫມາຍເຖິງເຊວຫນຶ່ງຂອງຖັນ ລວມ.

Read More

Microsoft Excel ສາ້ງສູດ array ແບບຊື່ເຊວ

Read More

Quick Analysis



ເປັນເຄື່ອງມືທີ່ໃຊ້ໃນການວິເຄາະຂໍ້ມູນແບບໄວ ຈະມີປຸ່ມ Quick Analysis ສະແດງຂື້ນມາໃຫ້ເລືອກຄຳສັ່ງ ເຊັ່ນ fomatting ຈັດຮູບແບບຕາມເງື່ອນໄຂ, Chart ສ້າງກຣາບ, Tables ຕາຕະລາງ, Totals ຫາຜົນລວມຕ່າງໆ ແລະ Sparkline ສ້າງກຣາບຂະຫນາດນ້ອຍເພື່ອວິເຄາະແນວໂນ້ມຂໍ້ມູນ








Read More