Excel ແມ່ນຫຍັງ?



Excel ແມ່ນຫຍັງ?

ແມ່ນໂປຣແກຣມຕົວຫນຶ່ງໃນຊຸດຂອງ Microsoft Office ເຊິ່ງ Excel ນັ້ນເປັນໂປຣແກຣມຍອດຮິດ ມີຄວາມສາມາດຮອບດ້ານ ແຕ່ຈະເດັ່ນທາງດ້ານ ການວິເຄາະ, ຄິດໄລ່ ແລະ ການຈັດຂໍ້ມູນໃນຮູບແບບຕາຕະລາງທີ່ເອີ້ນວ່າ Spreadsheet ລວມເຖິງນຳຂໍ້ມູນໃນຕາຕະລາງມາສະແດງຜົນໃນຮູບແບບທີ່ເຮັດໃຫ້ເຮົາເຂົ້າໃຈຂໍ້ມູນນັ້ນລຶກຊຶ້ງຫລາຍຍິ່ງຂື້ນ ເຊັ່ນ ສ້າງກຣາບ ການນຳມາສ້າງສູດຄິດໄລ່ ຈາກງ່າຍໆແບບພື້ນຖານໄປຈົນເຖິງລະດັບສູງສຸດໄດ້.

Microsoft Excel ເປັນໂປຣແກຣມ Spreadsheet ອຳມະຕະທີ່ໄດ້ຮັບຄວາມນິຍົມໃນການໃຊ້ງານທົ່ວໂລກ ຫລືເວົ້າໄດ້ວ່າບໍ່ສາມາດມີໂປຣແກຣມໃດມາແທນທີ່ໄດ້ ດ້ວຍການທີ່ ການຈັດເກັບຂໍ້ມູນໄດ້ງ່າຍ, ສ້າງສູດຄິດໄລ່ໄດ້ເກັ່ງ, ຈັດຮູບແບບເອກະສານໄດ້ຫລາກຫລາຍ ວິເຄາະຂໍ້ມູນໄດ້ສຸດຍອດ, ຈຶ່ງເຮັດໃຫ້ Excel ຍັງຄົບເປັນໂປຣແກຣມມາດຕະຖານທີ່ໃຊ້ງານໄດ້ຕາມສຳນັກງານທົ່ວໄປ ຊຶ່ງໂປຣແກຣມເວີຊັນໃຫມ່ໆນີ້ ໄດ້ມີການປ່ຽນແປງຮູບແບບການໃຊ້ງານພື້ນຖານ ເຮັດໃຫ້ການໃຊ້ງານຕ່າງໆ ເຮັດໄດ້ສະດວກ ວ່ອງໄວຂື້ນ, ການເຂົ້າເຖິງຄໍາສັ່ງ ການສັ່ງງານຈະເຮັດໄດ້ທັງລະບົບສຳຜັດ (Touch) ແລະການໃຊ້ເມົ້າ (Mouse) ກໍ່ສາມາດເຮັດໄດ້ສະດວກ,

ໃນສ່ວນຂອງການເຮັດວຽກພາຍໃນຄໍາສັ່ງແບບເກົ່າໆສາມາດໃຊ້ງານໄດ້ທັງຫມົດ ແຕ່ໄດ້ເພີ່ມຄຳສັ່ງໃຫມ່ໆເຂົ້າມາແດ່ບາງຈຸດ ອາດຈະມີການປ່ຽນແປງຫນ້າຈໍເລັກນ້ອຍ ແຕ່ສ່ວນໃຫຍ່ຍັງຮັກສາຮູບແບບເດີມ.


ສອນ excel ແບບມືອາຊີບ