Microsoft Office






Microsoft Office ຊື່ນີ້ທີ່ເຮົາຄຸ້ນເຄີຍ ຄືຊື່ໂປຣແກຣມທີ່ໃຊ້ຈັດຮູບແບບເອກະສານທີ່ໃຊ້ກັນມາດົນ ໄດ້ພັດທະນາຫລາຍເວີຊັນ ຈົນເຖິງເວີຊັນປະຈຸບັນຄື 2016 ແລະ ຊຸດ Office 365 ທີ່ເນັ້ນການໃຊ້ງານຜ່ານລະບົບຄລາວທັງການຕິດຕັ້ງຈາກຊຸດ 365 ແລະຈັດເກັບຂໍ້ມູນເອົາໄວ້ໃນລະບົບຄລາວໃນບັນຊີ OneDrive ເພື່ອໃຫ້ສາມາດເປີດແລະແຊ ເອກະສານໄດ້ທຸກທີ່ ທຸກເວລາ ທຸກອຸປະກອນ ບໍ່ວ່າຈະເປັນເຄື່ອງ ພີຊີ, ໂນດບຸກ, ແທບເລັດ, ແມັກ, ໄອແພັດ ແລະ ສະມາດໂຟນລຸ່ນຕ່າງໆ.
     ສຳລັບຄົນເຮັດວຽກຫ້ອງການ ເຖິງແມ້ວ່າການເວລາຈະຜ່ານໄປ ແຕ່ໃນຫົວໃຈຍັງມີ Excel ຢູ່ສະເຫມີ ເພາະເປັນໂປຣແກຣມທີ່ດີທີ່ສຸດສຳລັບການເຮັດວຽກຫ້ອງການ ຄົງຈະເປັນ Excel ເຊິ່ງຂ້າພະເຈົ້າເອງກະໄດ້ຜ່ານການໃຊ້ງານມາເປັນເວລາດົນນານ ທຸກເວີຊັນ, ແຕ່ລະເວີຊັນກະມີຄວາມແຕກຕ່າງກັນ, ແລະ ໃນ Excel 2016 ໄດ້ເສີມການສັ່ງງານແບບລະບົບສຳຜັດ (Touch screen) ຫລາຍຂື້ນ ໃນສ່ວນຂອງການໃຊ້ງານພື້ນຖານທົ່ວໄປ 80-90% ຍັງຄົງຄືເກົ່າ ຫນ້າຕ່າງໂປຮແກຣມສວຍງາມຫລາຍຂ້ືນ ໃຊ້ງານງ່າຍຂື້ນ ແລະ ໄດ້ຜົນລັບທີ່ມີປະສິດທິພາບຫລາຂື້ນ
     ຄວາມສາມາດຂອງ Excel 2016 ໃນການຈັດເກັບຂໍ້ມູນ, ຈັດຮູບແບບຂໍ້ມູນ, ສ້າງສູດຄິດໄລ່ ແລະ ການຈັດການກັບພື້ນທີ່ການເຮັດວຽກຈະຄົງຮູບແບບເດີມ, ສໍາລັບທ່ານທີ່ເຄີຍໃຊ້ງານໃນເວີຊັນອື່ນໆທີ່ຜ່ານມາກໍ່ສາມາດໃຊ້ງານຕໍ່ເນື່ອງໄດ້ສະບາຍໆ ນອກຈາກນີ້ຍັງມີການເພີ່ມການເຮັດວຽກໃຫມ່ໆເຂົ້າມາຫລາຍຕົວ ເຊັ່ນ ກຣາບແບບ Waterfall, Treemap ແລະ Funnel, ສ້າງຊີດ Forcastsheet, ພະຍາກອນຂໍ້ມູນລ່ວງຫນ້າ ແລະ ສ້າງການນຳສະເຫນີຂໍ້ມູນເທິງແຜນທີ່ສາມມິຕິ (3D Map) ໄດ້ແບບງ່າຍໆ ແຕ່ນຳສະເຫນີໄດ້ແບບມືອາຊີບ.
     ນອກຈາກນີ້ຍັງມີການປ່ຽນແປງການເຮັດວຽກໃນຄຳສັ່ງຕ່າງໆ ເລັກໆ ນ້ອຍໆອີກຫລາຍຈຸດເພື່ອໃຫ້ໃຊ້ງານ Excel ເຮັດໄດ້ງ່າຍແລະລາບລື່ນກວ່າເກົ່າ, ມີການອັບເດດໂປຣແກຣມຢູ່ສະເຫມີ ຊິ່ງລາຍລະອຽດການໃຊ້ງານໃນຄຳສັ່ງຫລັກທັ້ງຫມົດຈະຂຽນໄວ້ໃນຫນັງສືເລ່ມນີ້ ພ້ອມກັບຕົວຢ່າງການໃຊ້ງານທີ່ເຂົ້າໃຈງ່າຍ ແລະນຳໄປໃຊ້ງານໄດ້.