ຊະນິດຂອງຂໍ້ມູນທີ່ໃຊ້ໃນ Excel



ຂໍ້ມູນໃນ Excel ຈະມີຫລາຍແບບ ເພື່ອໃຫ້ການເກັບຂໍ້ມູນແລະນຳໄປໃຊ້ງານໄດ້ຕາມຄວາມເຫມາະສົມ ເຊັ່ນ: ຂໍ້ຄວາມ, ວັນທີ, ເວລາ ແລະ ຕົວເລກ ຊຶ່ງຈະນໍາໄປຄໍານວນໄດ້ ດັ່ງຕໍ່ໄປນີ້:

  • Text (ຊະນິດຕົວອັກສອນ) ຄືຂໍ້ມູນແບບຂໍ້ຄວາມທີ່ບໍ່ໄດ້ນໍາມາຄໍານວນ ອາດຈະເປັນຕົວເລກ, ຂໍ້ຄວາມ ຫລື ຕົວອັກສອນກໍ່ໄດ້
  • Numbers (ຊະນິດຕົວເລກ) ຄືຂໍ້ມູນຕົວເລກທີ່ນໍາໄປຄໍານວນໄດ້ ມີລັກສະນະດັ່ງນີ້
    + ຂໍ້ມູນເປັນຕົວເລກສາມາດໃຊ້ເຄື່ອງຫມາຍ (,) ຫລື (.) ຫລືສັນຍາລັກທາງການເງິນໄດ້ ເຊັ່ນ 2000.00 ຫລື $2000, 1,50 ຫລື 10% ເປັນຕົ້ນ
    + ສາມາດຂຽນໃນຮູບແບບ Exponential ເຊັ່ນ 2,5E+04 = 25,000
    + ຖ້າຕົວເລກຕໍ່ທ້າຍດ້ວຍເຄື່ອງຫມາຍ % ຄ່າຈິງຂອງຂໍ້ມູນຕົວນັ້ນຕ້ອງຖູກຫານດ້ວຍ 100 ຫລື ຈະພິມເປັນ 0.05 ຫມາຍເຖິງ 5% ຫລື 0.1 ຫມາຍເຖິງ 1% ເປັນຕົ້ນ
    + ເມື່ອປ້ອນຂໍ້ມູນລົງໄປໃນເຊລສໍາເລັດແລ້ວ ຂໍ້ມູນຈະຊິດທາງດ້ານຂວາເຊລສະເຫມີ
  • Formula (ຊະນິດສູດ) ຫມາຍເຖິງ ຂໍ້ມູນທີ່ປະກອບດ້ວຍເຄື່ອງຫມາຍທາງຄິນິດສາດ ຫລື ຟັງຊັ່ນ
    + ເມື່ອປ້ອນຂໍ້ມູນລົງໃນເຊລຈະຕ້ອງຂື້ນຕົ້ນດ້ວຍເຄື່ອງຫມາຍ = , +, -, ຫລື @ ເຊັ່ນ +A1+A2-A3 ຫລື =A1+A2+A3 ຟັງຊັ່ນເຊັ່ນ =sum(A1:A10) ຫລື @sum(A1:A10)
  • Date (ຊະນິດວັນທີ) ຫມາຍເຖິງ ຂໍ້ມູນທີ່ປະກອບໄປດ້ວຍວັນທີເດືອນປີ
    + ເມື່ອປ້ອນຂໍ້ມູນ ເດືອນ ອາດຈະໃສ່ຕົວເລກທີ່ແທນເດືອນນັ້ນ ຫລື ພີມຊື່ເດືອນເປັນຄຳເຕັມກໍ່ໄດ້
    + ເມື່ອປ້ານຂໍ້ມູນປີ ອາດຈະພິມພຽງແຕ່ຕົວເລກ 2ຫລັກ ຫລື 4 ຫລັກໄດ້ ຖ້າບໍ່ລະບຸປີຖືວ່າເປັນປີປະຈຸບັນ
    + ວັນທີ/ເດືອນ ເຊັ່ນ 10 Jan, 10-Jan, ຫຼື ເດືອນ/ວັນ 10/1, 10-1 ແລະ ວັນ/ເດືອນ/ປີ 25 Dec 17, 12/25/2017
  • Time (ຊະນິດເວລາ) ຄືຂໍ້ມູນເວລາທີ່ປະກອບດ້ວຍຊົ່ວໂມງແລະນາທີ ໂດຍມີເຄື່ອງຫມາຍ ( : ) ຄັ່ນ ລະຫວ່າງຊົ່ວໂມງ:ນາທີ:ວິນາທີ ເຊັ່ນ 10:30 ຫລື 9:30:15
    + ກໍາກົດ AM ແລະ PM ຕໍ່ທ້າຍເວລາ ເພື່ອບອກເວລາກາງເວັນ ຫລື ກາງຄືນ ເຊັ່ນ 8:00 PM 8:00 AM