แสดงบทความที่มีป้ายกำกับ ສອນ Microsoft office แสดงบทความทั้งหมด
แสดงบทความที่มีป้ายกำกับ ສອນ Microsoft office แสดงบทความทั้งหมด

ສອນ Microsoft Word ສ້າງປົກລາຍງານ (Cover)

ສອນ Microsoft Word
ສ້າງປົກລາຍງານ (Cover)

ເນື້ອໃນເອກະສານບາງປະເພດ ເຊັ່ນ: ລາຍງານ, ບົດຄວາມ ຫຼືຂໍ້ມູນທາງວິຊາການ ເມື່ອຈະນຳໄປໃຊ້ງານອາດຈະຕ້ອງມີປົກລາຍງານເອົາໄວ້ບອກຊື່ເລື່ອງລາຍງານ, ສົ່ງໄປໃຫ້ຄົນອື່ນ ຫລືສ້າງໂດຍໃຜ ເປັນຕົ້ນ, ການສ້າງປົກລາຍງານໃນ Word ເຮັດໄດ້ຈາກປົກລາຍງານສຳເລັດຮູບຈາກຄຳສັ່ງ Cover Page ເຊິ່ງມີໃຫ້ເລືອກຫລາຍຮູບແບບ ເພື່ອໃຫ້ເຂົ້າຊຸດກັບຊຸດສີເອກະສານທີ່ເຮົາເລືອກໃຊ້ ໂດຍສາມາດເລືອກໄດ້ດັ່ງຕົວຢ່າງດ້ານລຸ່ມ:



Read More

ສອນ Microsoft word ໃສ່ສັນຍາລັກໃນຊ່ອງຫວ່າງ Tab (Tab Leader)

ສອນ Microsoft word
ໃສ່ສັນຍາລັກໃນຊ່ອງຫວ່າງ Tab (Tab Leader)
ຫາກເຮົາຕັ້ງໄລຍະ Tab ເພື່ອພິມຂໍ້ຄວາມເປັນແນວນອນ ແລະຕ້ອງການໃຫ້ມີເສັ້ນເຊື່ອມໂຍງລະຫວ່າງຂໍ້ຄວາມສອງ Tab ເຊ່ັນ: ຊື່ສິນຄ້າແລະລາຄາ ເຊິ່ງເປັນຂໍ້ມູນກ່ຽວຂ້ອງກັນ ຫລືໃຊ້ຍະຫວ່າງເພື່ອຂຽນຂໍ້ມູນ ກໍ່ໃຊ້ວິທີໃສ່ເສັ້ນໃນຊ່ອງຫວ່າງລະຫວ່າງ Tab ດ້ວຍຈ້ຳ . ຫລື _ ໄດ້.

Read More

ສອນ Microsoft word ຕັ້ງໄລຍະ Tap

ສອນ Microsoft word
ຕັ້ງໄລຍະ Tap
ຖ້າມີຂໍ້ຄວາມທີ່ຕ້ອງພີມ ແລ້ວຕັ້ງໄລຍະຫ່າງໃນການເຄາະວັກໃຫ້ກົງກັນ ກໍ່ໃຊ້ວິທີຕັ້ງຕຳແຫນ່ງ Tap ແລ້ວໃຊ້ວິທີກົດປຸ່ມ Tap ໃນແປ້ນພິມໃຫ້ເຄີເຊີກະໂດດໄປຫາຕຳແຫນ່ງຕ່າງໆໄດ້ງ່າຍແລະໄວຂື້ນ.
 ຮູບແບບຂອງ Tap ມີ 5 ແບບດັ່ງນີ້:
 Left Tab ຂໍ້ຄວາມຈະຕິດກັບດ້ານຊ້າຍ
 Right Tab ຂໍ້ຄວາມຈະຕິດກັບດ້ານຂວາ
 Center Tap ຂໍ້ຄວາມຢູ່ເຄິ່ງກາງ
 Bar Tab ຈະສະແດງຂີດຕັ້ງ ( l ) ໃນຕຳແຫນ່ງ Tab
 Decimal Tab ຈຸດທົດສະນິຍົມ ເມື່ອໃສ່ຈຸດຕົວເລກຂອງທົດສະນິຍົມຈະຢຸ່ດ້ານຫລັງຈຸດ Tab


Read More

ສອນ Microsoft word ຈັດຮູບແບບຫຍໍ້ຫນ້າ (Paragraph)

#Microsoft word
#ຈັດຮູບແບບຫຍໍ້ຫນ້າ (Paragraph)

ໂດຍປົກກະຕິແລ້ວໂປຣແກຣມຈະຕັ້ງຄ່າເລີ່ມຕົ້ນຂອງການຈັດຫຍໍ້ຫນ້າທີ່ຂອບເອກະສານແຕ່ລະດ້ານໃຫ້ ເຊິ່ງຂອບເຂດນັ້ນຈະມາຈາກການຕັ້ງຄ່າຫນ້າເອກະສານ (Margins) ທີ່ໄດ້ເລືອກໄວ້ ຂໍ້ຄວາມທີ່ປ້ອນເຂົ້າໄປໃນແຕ່ລະຫຍໍ້ຫນ້າ ຈະເລີ່ມທີ່ຕຳແຫນ່ງໄລຍະຂອບຊ້າຍ ແລະຈົບທີ່ໄລຍະຂອບຂວາສະເຫມີ ສັງເກດຈາກໄມ້ບັນທັດດ້ານເທິງແລະດ້ານຂ້າງຂອງເອກະສານ ແຕ່ເຮົາສາມາດຕັ້ງຄ່າໃຫມ່ໄດ້ງ່າຍໆດ່ັງນີ້:
 ການຈັດຫຍໍ້ຫນ້າແບບງ່າຍໆ ແລະໄວດ້ວຍປຸ່ມຄຳສັ່ງໃນກຸ່ມ Paragraph ໃນແຖບ Home ມີດັ່ງນີ້:
 Increase Indent ເພີ່ມການຫຍັບໄປທາງຂວາເທື່ອລະ 0.5 ນິ້ວ
 Decrease Indent ຫຍັບເຂົ້າມາທາງດ້ານຊ້າຍເທື່ອລະ 0.5 ນິ້ວ

Read More

Microsoft word ກຳນົດຮູບແບບເລກລຳດັບຫົວຂໍ້ຍ່ອຍ

#Microsoft word
#ກຳນົດຮູບແບບເລກລຳດັບຫົວຂໍ້ຍ່ອຍ
ຂໍ້ມູນບາງປະເພດອາດຈະມີລຳດັບການເຮັດງານຫລາຍຂັ້ນຕອນ ຈະມີທັ້້ງລຳດັບຫຼັກ ແລະ ລຳດັບຍ່ອຍຊ້ອນລົງໄປ ເຮົາອາດຈະເລືອກເລກລຳດັບແບບ Multilevel List ມາຈັດຮູບແບບລຳດັບໄດ້ ເຊັ່ນ: ມີຫົວ 1 ຕໍ່ມາ 1.1 ຫລື 1.1.1 ເປັນຕົ້ນ ຖ້າເລືອກເປັນ Bullets ກໍ່ຈະໄດ້ສັນຍາລັກຂອງ Bullets ແຕ່ລະລະດັບແຕກຕ່າງກັນໄປ ລາຍການລຳດັບຍ່ອຍຈະຈັດຖອຍເຂົ້າໄປຈາກລຳດັບເທິງເລັກນ້ອຍຕາມລຳດັບລາຍການຍ່ອຍແຕ່ລະຂັ້ນ.

Read More

#Microsoft word #ຈັດຮູບແບບລາຍການດ້ວຍຕົວເລກ ແລະ Bullet

#Microsoft word
#ຈັດຮູບແບບລາຍການດ້ວຍຕົວເລກ ແລະ Bullet

ຂໍ້ຄວາມທີ່ເປັນລັກສະນະແບບລາຍການ ຫລືເປັນຫົວຂໍ້ຍ່ອຍຫລາຍໆຫົວຂໍ້ອາດຈັດໃຫ້ຫນ້າສົນໃຈໂດຍການເນັ້ນຕົວເລກແບບລຳດັບ ຫຼືໃສ່ສັນຍາລັກແບບ Bullets ເຮັດໃຫ້ອ່ານງ່າຍສະບາຍຕາ ແລະແຍກແຕ່ລະລາຍການໃຫ້ໂດດເດັ່ນຂື້ນ ເຊິ່ງຈະເລືອກໄດ້ 2 ແບບ ຄື ແລະລຳດັບ (Numbering) ແລະສັນຍາລັກສະແດງຫົວຂໍ້ (Bullets) ໄວ້ຫນ້າຂໍ້ຄວາມ ດັ່ງຮູບທີ່ສະແດງໃຫ້ເຫັນຢູ່ດ້ານລຸ່ມ:
ຖ້າເລືອກ Define New Number Format… ຈະເລືອກຮູບແບບຕົວເລກ, ຂະຫນາດ ຫລືສີຂອງຕົວເລກໄດ້.


Read More

Microsoft word ຈັດຮູບແບບສີພື້ນ (Shading) ໃສ່ເສັ້ນຂອບເນື້ອຫາ (Borders)

#Microsoft word

#ຈັດຮູບແບບສີພື້ນ (Shading)
ເປັນການໃສ່ສີພື້ນເພື່ອນັ້ນຂໍ້ຄວາມໃຫ້ໂດດເດັ່ນ ເຊັ່ນ: ຫົວລາຍການ ຫຼື ຂໍ້ມູນທີ່ຕ້ອງການເນັ້ໃຫ້ຫນ້າສົນໃຈ.
#ໃສ່ເສັ້ນຂອບເນື້ອຫາ (Borders)
ການໃສ່ເສັ້ນຂອບເພື່ອເນັ້ນຂອບເຂດຂອງຂໍ້ຄວາມ ໂດຍໄລຍະຂອງເສັ້ນຂອບຈະສະແດງຕາມຕຳແຫນ່ງກັ້ນຫນ້າແລະກັ້ນຫລັງຂອງຂໍ້ຄວາມໃນຫົວຂໍ້ຫລືຫຍໍ້ຫນ້ານັ້ນ.


Read More

Microsoft word ເປີດໄຟລ໌ເອກະສານຈາກເຄື່ອງ (Open File from Computer)

Microsoft word
ເປີດໄຟລ໌ເອກະສານຈາກເຄື່ອງ (Open File from Computer)
ການເປິດເອກະສານເກົ່າຂື້ນມາ ກໍ່ເຮັດໄດ້ຄືກັບໂປຣແກຣມອື່ນໆໃນຊຸດ Office 2016 ຄື ຄລິກທີ່ປຸ່ມ File ແລະ ເລືອກ Open ຈາກນັ້ນກໍ່ເລືອກເປິດໄຟລ໌ເອກະສານທີ່ຕ້ອງການຂື້ນມາໃຊ້ງານໄດ້ (ເບິ່ງວິທີການຕາມຮູບດ້ານລຸ່ມ)



Read More

Microsoft word ບັນທຶກ ເອກະສານ

Microsoft word
ບັນທຶກ ເອກະສານ 
ການຈັດເກັບເອກະສານຂອງ Word ຈະໃຊ້ຄຳສ່ັງ Save ຫລື້ Save as ໄດ້ທັ້ງ 2 ແບບ ຖ້າບໍ່ເຄີຍບັນທຶກມາກ່ອນຈະເຮັດໄດຄືກັນ ແຕ່ຖ້າເຄີຍບັນທຶກມາແລ້ວ ຄຳສັ່ງ Save as ຈະໃຫ້ປ່ຽນຊື່ເອກະສານໃຫມ່ ຫລື ເປັນການບັນທຶກເອກະສານເປັນສະບັບໃຫມ່ ແຍກກອອກຕ່າງຫາກຈາກເອກະສານເກົ່າ ຫລື ສາມາດປ່ຽນປະເພດຂອງເອກະສານໄດ້ໄດ້.
 ປະເພດຂອງ ໄຟລ໌ .docx ແລະ .doc
ໄຟລ໌ເອກະສານທີ່ບັນທຶກດ້ວຍ Word 2016, 2013 ແລະ 2010 ຄ່າພື້ນຖານຈະຕັ້ງການບັນທຶກເປັນໄຟລ໌ Word Document (.docx) ເຊິ່ງບໍ່ສາມາດນຳໄປເປິດກັບ Word ເວີຊັນກ່ອນຫນ້ານີ້ໄດ້ ແຕ່ຖ້າເຮົາຕ້ອງການບັນທຶກເປັນໄຟລ໌ເອກະສານ Word (.doc) ຕ້ອງກຳນົດຕົວເລືອກໃນຫົວຂໍ້ Save as ,type ໃຫ້ເປັນ Word 97-2003 Document ເປັນທຶກເປັນໄຟລ໌ .doc ເພື່ອນຳໄປໃຊ້ງານກັບ Word 97 ເຖິງ 2003 ໄດ້ ແຕ່ຄຸນສົມບັດໃຫມ່ໆທີ່ຈັດໃນ Word 2016, 2013, 2010 ບາງຢ່າງຈະຖືກລົບຖິ້ມໄປ ເພາະວ່າບໍ່ສາມາດສະແດງຜົນໄດ້ ຈະເຫລືອພຽງແຕ່ຂໍ້ມູນພື້ນຖານທີ່ສະແດງຜົນໄດ້.


Read More

Microsoft word ສ້າງເອກະສານໃຫມ່ ແລະການຕັ້ງຄ່າພື້ນຖານ

Microsoft word
ສ້າງເອກະສານໃຫມ່ ແລະການຕັ້ງຄ່າພື້ນຖານ
ສອນ microsoft office ແບບມືອາຊີບ

ຫລັງຈາກທີ່ສ້າງເອກະສານໃຫມ່ແບບຫວ່າງໆຂື້ນມາແລ້ວ ເຮົາອາດຈະຕ້ອງຕັ້ງຄ່າພື້ນຖານບາງຢ່າງກ່ອນທີ່ຈະພິມເອກະສານອອກມາໄດ້ ເຮັດໃຫ້ການສ້າງເອກະສານໄດ້ຮູບແບບທີ່ສວຍງາມແລະເຫມາະສົມ.

ໂອເພັນ, ສອນ ໄມໂຄຣຊອບ ແບບມືອາຊີບ
Read More

ສອນ Microsoft Word ພື້ນຖານການເຮັດວຽກຂອງ Microsoft Word 2016

Microsoft Word
ພື້ນຖານການເຮັດວຽກຂອງ Microsoft Word 2016

ເມື່ອເປີດໂປຣແກຣມ Microsoft Word ເຂົ້າມາ ແລະເລືອກສ້າງໂຄງສ້າງເອກະສານໃຫມ່ແບບຫວ່າງໆ ກໍ່ຈະພົບກັບພື້ນທີ່ການເຮັດວຽກຂອງ Word ຊຶ່ງຈະມີສ່ວນປະກອບຫລັກໆດັ່ງນີ້:


Read More

#Microsoft Excel#ການຕັ້ງຊື່ເຊວຕາມຫົວຖັນຫລືຫົວແຖວ


#Microsoft Excel

#ການຕັ້ງຊື່ເຊວຕາມຫົວຖັນຫລືຫົວແຖວ


ເປັນການຕັ້ງຊື່ເຊວທີເຮັດໄດ້ງ່າຍ ດວ້ຍການນຳເອົາຊື່ຫົວລາຍການໃນກຸ່ມຂໍ້ມູນມາຕັ້ງເປັນຊື່ເຊວ ໂດຍໂປຣແກຣມຈະເລືອກເອົາຊື່ຫົວຖັນຊ້າຍຫລືຫົວແຖວເທິງສຸດມາຕັ້ງເປັນຊື່ເຊວໃຫ້ອັດຕະໂນມັດ:
- Top Row (ຫົວແຖວດ້ານເທິງ) ໃຫ້ໃຊ້ຄ່າໃນແຖວເທິງສຸດມາເປັນຊື່ເຊວ
- Left Column (ຖັນທາງດ້ານຊ້າຍ) ໃຫ້ໃຊ້ຄ່າຂອງເຊວໃນຖັນຊ້າຍສຸດເປັນຊື່ເຊວ
- Bottom Row (ແຖວດ້ານລຸ່ມ) ໃຫ້ໃຊ້ຄ່າແຖວດ້ານລຸ່ມເປັນຊື່ເຊວ
- Right Column (ຖັນດ້ານຂວາ) ໃຫ້ໃຊ້ຄ່າຂອງເຊວໃນຖັນຂວາສຸດເປັນຊື່ເຊວ


Read More

Microsoft Excel ສູດແບບຟັງຊັນ (function)

Read More

OPEN-COURSE... ສອນການນຳໃຊ້ Microsoft Office...Word, Excel, PowerPoint ແບບມືອາຊີບ

Read More

#Microsoft Word #ສ້າງເອກະສານໃຫມ່ຈາກ Template

Microsoft Word 

ສ້າງເອກະສານໃຫມ່ຈາກ Template Template (ເອກະສານສຳເລັດຮູບ)

 ເອກະສານທີ່ປະກົດຂື້ນມາໃຫ້ເລືຶອກຈະເປັນ template ທີ່ຕິດຕັ້ງມາພ້ອມກັບໂປຣແກຣມບາງສ່ວນ ແຕ່ຖ້າເຮົາເຊື່ອມຕໍ່ກັບ internet ຢູ່ ກໍ່ຈະມີເອກະສານສຳເລັດຮູບຂື້ນມາໃຫ້ເລືອກເພີ່ມຂື້ນເປັນຈຳນວນຫລວງຫລາຍ.  Template (ເອກະສານສຳເລັດຮູບ) ເອກະສານແຕ່ລະຕົວກໍ່ຈະມີການຈັດຮູບແບບແລະຂໍ້ມູນຕົວຢ່າງຫລາຍຫລືຫນ້ອຍບໍ່ເທົ່າກັນ ບາງແບບກໍ່ຈະມີຕົວຢ່າງຫນ້າສອງຫນ້າ ແຕ່ບາງແບບກໍ່ຈະມີຕົວຢ່າງຫລາຍຫນ້າ ເຊິ່ງເຮົາສາມາດນຳມາແກ້ໄຂເນື້ອຫາຂໍ້ຄວາມເພື່ອປະຍຸກໃຊ້ງານໃຫ້ເຫມາະສົມກັບງານເຮົາໄດ້.


Read More

ແຖບ Ribbon ພື້ນຖານຂອງ Excel 2016

·        Home (ຫນ້າທຳອິດ)

ແຖບເຄື່ອງມືກຸ່ມ ກ໋ອບປີ້, ວາງ, ຈັດຮູບແບບເນື້ອຫາຂໍ້ຄວາມດ ຕົວເລກດ ຈັດຕຳແຫນງ, ການສະແດງຜົນ, ລົບ ຫລື ແຊກແຖວ, ຖັນ ແລະ ຄົ້ນຫາຂໍ້ຄວາມ



·        Insert (ແຊກ)




ແຖບເຄື່ອງມີກຸ່ມແຊກອອບເຈັກຕ່າງໆ ເຊັ່ນ:  ຕາຕະລາງດ ກຣາບ, ລາຍງານ, Slicer, Apps, PivotTable ແລະ ກຣາບຝິກຕ່າງໆ ເຊັ່ນ SmartArt, ຮູບພາບ, ຮູບແຕ້ມ, Workart ແລະຫົວ/ທ້າຍເອກະສານ



·        Page Layout



ແຖບເຄື່ອງມືກຸ່ມຕັ້ງຄ່າກະດາດເຊັ່ນ: ເລືອກຊຸດສີ, ເລືອກໂທນສີ, ຂະຫນາດຂອງຫນ້າກະດາດ, ໄລຍະຂອບ ແລະ ຕັ້ງຄ່າການພິມ.

·        Formulas
ແຖບເຄື່ອງມືສຳລັບສ້າງສູດໃນການຄິດໄລ່ ສະແດງກຸ່ມຟັງຊັ່ນຄິດໄລ່, ເພີ່ມສູດ, ການຕັ້ງຊື່ເຊວແລະການກວດສອບແກ້ໄຂສູດ.

·        Data (ຂໍ້ມູນ)
ແຖບເຄື່ອງມືຈັດການຂໍ້ມູນປະເພດຖານຂໍ້ມູນດ ເຊັ່ນ: ຈັດລຽງ, ກັ່ນຕອງຂໍ້ມູນ, ນຳເຂົ້າ/ສົ່ງອອກ ຂໍ້ມູນ

·        Review
ແຖບເຄື່ອງມືສຳລັບກວດສອບຂໍ້ມູນ ເຊັ່ນ: ກວດຄຳສະກົດ, ແປ, ປ້ອງກັນ ແລະ ໃສ່ຂໍ້ຄິດເຫັນຕ່າງໆ

·        View
ແຖບມຸມມອງ, ມີເຄື່ອງມື ເຊື່ອງ/ສະແດງເສັ້ນຕາຕະລາງຫລືອແຖບສູດ, ປ່ຽນມຸມມອງ, ຫຍໍ້/ຂະຫຍາຍ, ຈັດລຽງຫນ້າຕ່າງແລະປຽບທຽບເອກະສານ

·        Format
ເປັນ Contextual Tap  ແຖບເຄື່ອງມືພິເສດທີ່ສຳພັນກັບການເລືອກຕ່າງໆເຊັ່ນ: Picture, chart, SmartArt ແລະ Table ເພື່ອໃຊ້ຈັດການກັບສິ່ງທີ່ເລືຶອກເຊັ່ນ: ເມື່ອເລືອກກຣາບຈະໃຊ້ຈັດຮູບແບບໃຫ້ກັບກຣາບ ຫລື ຖ້າເລືອກ SmartArt ເປັນຕົ້ນ.

·        Chart Tools
ແຖບເຄື່ອງມືຂອງກຣາບຈະສະແດງເມື່ອສ້າງຕາຕະລາງດ້ວຍຄຳສັ່ງ Format as Tabel, ແຖບ Design ໃຊ້ສຳລັບຈັດການກັບຕາຕະລາງແລະຈັດຮູບແບບຕາຕະລາງ




Read More