แสดงบทความที่มีป้ายกำกับ ພື້ນຖານ Excel แสดงบทความทั้งหมด
แสดงบทความที่มีป้ายกำกับ ພື້ນຖານ Excel แสดงบทความทั้งหมด

ພື້ນຖານ Excel 2016


Microsoft Excel ຍັງເປັນໂປຣແກຣມ Spreadsheet ອຳມະຕະທີ່ໄດ້ຮັບຄວາມນິຍົມໃນການໃຊ້ງານ ເອີ້ນໄດ້ວ່າບໍ່ສາມາດມີໂປຣແກຣມໃດມາແທນທີ່ໄດ້ ດ້ວຍຄວາມທີ່ຈັດເກັບຂໍ້ມູນທີ່ງ່າຍ ສ້າງສູດຄຳນວນເກ່ັງ ຈັດຮູບແບບເອກະສານໄດ້ຫລາຍຫລາຍ ວິເຄາະຂໍ້ມູນໄດ້ສຸດຍອດ ຈຶ່ງເຮັດໃຫ້ Excel ຍັງຄົງເປັນໂປຣແກຣມມາດຕະຖານທີ່ໃຊງານຕາມສຳນັກງານທົ່ວໄປ ສຳລັບ Microsoft Excel 2016 ໄດ້ປ່ຽນແປງຮູບແບບການເຮັດວຽກພື້ນ ຖານໃນສ່ວນຂອງການຕິດຕໍ່ກັບຜູ້ໃຊ້ ໃນຮູບແບບໃຫມ່ຕາມລັກສະນະຂອງໂປຣແກຣມໃນຊຸດ Office 2016 ເຮັດໃຫ້ການເຮັດວຽກຕ່າງໆ ເຮັດໄດ້ສະດວກ ແລະ ໄວຂື້ນ ການເຂ້ົາເຖິງຄຳສັ່ງການສ່ັງງານ ຈະເຮັດໄດ້ທັ້ງລະບົບສຳຜັດ(Touch) ແຕະຫນ້າຈໍສັ່ງງານ ແລະການໃຊ້ເມົ້າ (Mouse) ກໍ່ເຮັດໄດ້ສະດວກ.
          ໃນສ່ວນຂອງການເຮັດວຽກພາຍໃນຄຳສັ່ງເດີມໆ ສາມາດໃຊ້ງານໄດ້ທັ້ງຫມົດ ແຕ່ໄດ້ເພີ່ມຄຳສັ່ງໃຫມ່ໆເຂົ້າມາບາງຈຸດ ອາດຈະປ່ຽນຫນ້າຈໍເລັກນ້ອຍ ແຕ່ສ່ວນໃຫຍ່ຍັງຄົງແບບເດີມຄືກັບ Excel 2013 ແຕ່ Office 365 ຫລື Office 2016 ຈະມີການອັບເດດ (Update) ປັບປຸງເກືອບຈະທຸກໆເດືອນ ການປັບປຸງແຕ່ລະຄັ້ງກໍ່ຈະມີການແກ້ໄຂຈຸດບົກຜ່ອງ ແລະ ແຊກຄຳສັ່ງໃຫມ່ໆເຂົ້າມາ ຄຳສັ່ງເກົ່າບາງຄຳສັ່ງທີ່ບໍ່ທັນສະໃຫມກໍ່ຈະຖືກຍົກເລີກໄປ.



Read More

Excel 2016 ສ້າງເວີກບຸກໃຫມ່ຈາກຄຳສັ່ງ New

Excel 2016 ສ້າງເວີກບຸກໃຫມ່ຈາກຄຳສັ່ງ New



ໃນຂະນະທີ່ທ່ານກຳລັງໃຊ້ງານຢູ່ໃນ Excel ຖ້າຕ້ອງການສ້າງ workbook ໃຫມ່ກໍ່ເຮັດໄດ້ໂດຍການຄລິກເມນູ file ຈາກນ້ັນກໍ່ເຂົ້າໄປທີ່ຫນ້າຈໍສ້າງ workbook ໃຫມ່ຄືຕອນທີ່ເປີດເຂົ້າໂປຣແກຣມເຊັ່ນດຽວກັນ ໂດຍຈະມີທັ້ງແບບ Ofline ຫລື Online ແລະເລືອກປະເພດຂອງ Themplate ໄດ້ຄືກັນ ດັ່ງນີ້:










Read More

ແຖບ Ribbon ພື້ນຖານຂອງ Excel 2016

ແຖບ Ribbon ພື້ນຖານຂອງ Excel 2016



- #Home (ຫນ້າທຳອິດ) ແຖບເຄື່ອງມື ,ກຸ່ມກ໋ອບປີ້, ວາງ, ຈັດຮູບແບບເນື້ອຫາຂໍ້ຄວາມ ຕົວເລກ, ຈັດຕຳແຫນ່ງ, ການສະແດງຜົນ, ລົບ/ເພີ່ມ ແຖວ, ຖັນ ແລະ ຄົ້ນຫາຂໍ້ຄວາມ


- #Insert ແຖບເຄື່ອງມືກຸ່ມເພີ່ມເຄື່ອງມື ແລະ ຮູບຕ່າງໆ ເຊັ່ນ: ຕາຕະລາງ, ກຣາບ, ລາຍງານ, Slicer, Apps, PivotTable, ແລະກຣາບຟິກຕ່າງໆເຊັ່ນ SmartArt, ຮູບພາບ, ຮູບແຕ້ມ, WorkArt ແລະຫົວກະດາດ/ທ້າຍກະດາດ

- #Draw (ແຕ້ມ) ເປັນແຖບເຄື່ອງມືໃຫ້ທີ່ເພີ່ມເຂົ້າມາໃນ Excel 2016 ໃຊ້ສຳລັບເປັນ ບິກສີໄຮໄລ້ ເພື່ອກວດສອບ.

- #Page Layout ແຖບເຄື່ອງມືກຸ່ມຕັ້ງຄ່າກະດາດເຊັ່ນ: ເລືອກຊຸດສີ, ເລືອກໂທນສີ, ຂະຫນາດຂອງຫນ້າກະດາດ, ໄລຍະຂອບ ແລະ ຕັ້ງຄ່າການພິມ.

- #Fomulas ແຖບເຄື່ອງມືສຳລັບສ້າງສູດໃນການຄິດໄລ່ ສະແດງກຸ່ມຟັງຊັ່ນຄິດໄລ່, ເພີ່ມສູດ, ການຕັ້ງຊື່ເຊວແລະການກວດສອບແກ້ໄຂສູດ.

- #Data (ຂໍ້ມູນ) ແຖບເຄື່ອງມືຈັດການຂໍ້ມູນປະເພດຖານຂໍ້ມູນດ ເຊັ່ນ: ຈັດລຽງ, ກັ່ນຕອງຂໍ້ມູນ, ນຳເຂົ້າ/ສົ່ງອອກ ຂໍ້ມູນ

- #Review ແຖບເຄື່ອງມືສຳລັບກວດສອບຂໍ້ມູນ ເຊັ່ນ: ກວດຄຳສະກົດ, ແປ, ປ້ອງກັນ ແລະ ໃສ່ຂໍ້ຄິດເຫັນຕ່າງໆ

- #View ແຖບມຸມມອງ, ມີເຄື່ອງມື ເຊື່ອງ/ສະແດງເສັ້ນຕາຕະລາງຫລືອແຖບສູດ, ປ່ຽນມຸມມອງ, ຫຍໍ້/ຂະຫຍາຍ, ຈັດລຽງຫນ້າຕ່າງແລະປຽບທຽບເອກະສານ

- #Format ເປັນ Contextual Tap ແຖບເຄື່ອງມືພິເສດທີ່ສຳພັນກັບການເລືອກຕ່າງໆເຊັ່ນ: Picture, chart, SmartArt ແລະ Table ເພື່ອໃຊ້ຈັດການກັບສິ່ງທີ່ເລືຶອກເຊັ່ນ: ເມື່ອເລືອກກຣາບຈະໃຊ້ຈັດຮູບແບບໃຫ້ກັບກຣາບ ຫລື ຖ້າເລືອກ SmartArt ເປັນຕົ້ນ.

- #Chart Tools ແຖບເຄື່ອງມືຂອງກຣາບຈະສະແດງເມື່ອສ້າງຕາຕະລາງດ້ວຍຄຳສັ່ງ Format as Tabel, ແຖບ Design ໃຊ້ສຳລັບຈັດການກັບຕາຕະລາງແລະຈັດຮູບແບບຕາຕະລາງ

- #WordArt Tool ແຖບເຄື່ອງມືິພິເສດທີ່ຈະສະແດງເມື່ອສ້າງຂໍ້ຄວາມ WordArt ເພື່ອໃຊ້ຈັດຮູບແບບຂໍ້ຄວາມ


Read More