ພື້ນຖານ Excel 2016


Microsoft Excel ຍັງເປັນໂປຣແກຣມ Spreadsheet ອຳມະຕະທີ່ໄດ້ຮັບຄວາມນິຍົມໃນການໃຊ້ງານ ເອີ້ນໄດ້ວ່າບໍ່ສາມາດມີໂປຣແກຣມໃດມາແທນທີ່ໄດ້ ດ້ວຍຄວາມທີ່ຈັດເກັບຂໍ້ມູນທີ່ງ່າຍ ສ້າງສູດຄຳນວນເກ່ັງ ຈັດຮູບແບບເອກະສານໄດ້ຫລາຍຫລາຍ ວິເຄາະຂໍ້ມູນໄດ້ສຸດຍອດ ຈຶ່ງເຮັດໃຫ້ Excel ຍັງຄົງເປັນໂປຣແກຣມມາດຕະຖານທີ່ໃຊງານຕາມສຳນັກງານທົ່ວໄປ ສຳລັບ Microsoft Excel 2016 ໄດ້ປ່ຽນແປງຮູບແບບການເຮັດວຽກພື້ນ ຖານໃນສ່ວນຂອງການຕິດຕໍ່ກັບຜູ້ໃຊ້ ໃນຮູບແບບໃຫມ່ຕາມລັກສະນະຂອງໂປຣແກຣມໃນຊຸດ Office 2016 ເຮັດໃຫ້ການເຮັດວຽກຕ່າງໆ ເຮັດໄດ້ສະດວກ ແລະ ໄວຂື້ນ ການເຂ້ົາເຖິງຄຳສັ່ງການສ່ັງງານ ຈະເຮັດໄດ້ທັ້ງລະບົບສຳຜັດ(Touch) ແຕະຫນ້າຈໍສັ່ງງານ ແລະການໃຊ້ເມົ້າ (Mouse) ກໍ່ເຮັດໄດ້ສະດວກ.
          ໃນສ່ວນຂອງການເຮັດວຽກພາຍໃນຄຳສັ່ງເດີມໆ ສາມາດໃຊ້ງານໄດ້ທັ້ງຫມົດ ແຕ່ໄດ້ເພີ່ມຄຳສັ່ງໃຫມ່ໆເຂົ້າມາບາງຈຸດ ອາດຈະປ່ຽນຫນ້າຈໍເລັກນ້ອຍ ແຕ່ສ່ວນໃຫຍ່ຍັງຄົງແບບເດີມຄືກັບ Excel 2013 ແຕ່ Office 365 ຫລື Office 2016 ຈະມີການອັບເດດ (Update) ປັບປຸງເກືອບຈະທຸກໆເດືອນ ການປັບປຸງແຕ່ລະຄັ້ງກໍ່ຈະມີການແກ້ໄຂຈຸດບົກຜ່ອງ ແລະ ແຊກຄຳສັ່ງໃຫມ່ໆເຂົ້າມາ ຄຳສັ່ງເກົ່າບາງຄຳສັ່ງທີ່ບໍ່ທັນສະໃຫມກໍ່ຈະຖືກຍົກເລີກໄປ.