Microsoft word ຈັດຂໍ້ຄວາມແບບຖັນ (Column)

#Microsoft word

#ຈັດຂໍ້ຄວາມແບບຖັນ (Column)


ຫນ້າເອກະສານຂອງ Word ພື້ນຖານຈະສະແດງເນື້ອຫາຈາກຊ້າຍໄປຂວາຈົນເຕັມພື້ນທີ່ຫນ້າເອກະສານຕາມຂອບເຂດຂອງໄລຍະຂອບ ເຊິ່ງຈະເປັນການສະແດງແບບ One Column ແຕ່ເຮົາສາມາດຈັດຮູບແບບເນື້ອຫາໃຫ້ສະແດງຫລາຍໆ Column ໄດ້ ເຊັ່ນ ໃຫ້ສະແດງ 2 Column ຄືການຈັດວາງຫນ້າເອກະສານ ເພື່ອສ້າງເປັນເອກະສານຕ່າງໆໃຫ້ເຫມາະສົມໃນການນຳເອົາໄປໃຊ້ງານເປັນຕົ້ນ ໂດຍຈະເລືອກໄດ້ຈາກຄຳສັ່ງ Columns ໃນແຖບ Layout ດັ່ງນີ້: