ສ່ວນປະກອບຂອງ Worksheet ໃນ Excel

ສ່ວນປະກອບຂອງ Worksheet ໃນ Excel

ໃນ 1 Workbook ຈະມີ ຫລາຍໆ Worksheet ເປັນພື້ນຖານໃນການເກັບຂໍ້ມູນ ຈະມີຊື່ເອີ້ນສ່ວນປະກອບຕ່າງໆດັ່ງນີ້:
#Active Cell 
ຄືຕຳແຫນ່ງເຊວທີ່ເລືອກໃຊ້ງານໃນປະຈຸບັນ
#Formula bar
ແຖບສູດຄິດໄລ່ທີ່ໃຊ້ສຳລັບໃສ່ສູດ, ແກ້ໄຂ ແລະສະແດງສູບເຊວທີ່ເລືອກ
#Row (ແຖວ)
ພື້ນທີ່ຂອງແຖວແນວນອນຈາກເທິງລົງລຸ່ມ ເລີ່ມຈາກແຖວທີ 1 ໄປຈົນເຖິງແຖວທີ 1,048,576
#Column
ພື້ນທີ່ຂອງຖັນແນວຕັ້ງຈາກຊ້າຍໄປຂວາ ເລີ່ມຈາກຖັນ A ໄປຈົນເຖິງຖັນ XFD ລວມທັງຫມົດ 16,384 ຖັນ
#Cell
ຄືຊ່ອງຕາຕະລາງທີ່ເປັນຈຸດຕັດກັນລະຫວ່າງ Row ແລະ Column ເຊິ່ງຈະເອີ້ນຊື່ເຊວຈາກຊື່ Column ຕາມດ້ວຍເຄື່ອງຫມາຍແຖວ ເຊັ່ນ ຈຸຕັດ Column B ໃນແຖວ 10 ຈະເອີ້ວຊື່ເຊວວ່າ B10
#Name Box
ສະແດງຊື່ເຊວທີ່ເລືອກ ແລະ ຊື່ເຊວທີ່ກຳນົດຂື້ນມາໃຫມ່ເມື່ອເລືອກເຊວໃດຈະສະແດງຊື່ເຊວນັ້ນໃນຊ່ອງນີ້ ແລະ ສາມາດໃສ່ຊື່ເຊວເພື່ອຍ້າຍໄປເຊວທີ່ຕ້ອງການໄດ້
#Sheet Tab
ຄືປ້າຍຊື່ຂອງ Worksheet ເລີ່ມຕົ້ນເຂົ້າມາໃຫມ່ຈະມີແຕ່ 1 WorkSheet ຄື Sheet 1 ເຊິ່ງສາມາດເພີ່ມຈຳນວນ sheet ໄດ້ຕາມຕ້ອງການ