ແຖບ Ribbon ພື້ນຖານຂອງ Excel 2016

ແຖບ Ribbon ພື້ນຖານຂອງ Excel 2016



#Home (ຫນ້າທຳອິດ) ແຖບເຄື່ອງມື ,ກຸ່ມກ໋ອບປີ້, ວາງ, ຈັດຮູບແບບເນື້ອຫາຂໍ້ຄວາມ ຕົວເລກ, ຈັດຕຳແຫນ່ງ, ການສະແດງຜົນ, ລົບ/ເພີ່ມ ແຖວ, ຖັນ ແລະ ຄົ້ນຫາຂໍ້ຄວາມ


#Insert ແຖບເຄື່ອງມືກຸ່ມເພີ່ມເຄື່ອງມື ແລະ ຮູບຕ່າງໆ ເຊັ່ນ: ຕາຕະລາງ, ກຣາບ, ລາຍງານ, Slicer, Apps, PivotTable, ແລະກຣາບຟິກຕ່າງໆເຊັ່ນ SmartArt, ຮູບພາບ, ຮູບແຕ້ມ, WorkArt ແລະຫົວກະດາດ/ທ້າຍກະດາດ

#Draw (ແຕ້ມ) ເປັນແຖບເຄື່ອງມືໃຫ້ທີ່ເພີ່ມເຂົ້າມາໃນ Excel 2016 ໃຊ້ສຳລັບເປັນ ບິກສີໄຮໄລ້ ເພື່ອກວດສອບ.

#Page Layout ແຖບເຄື່ອງມືກຸ່ມຕັ້ງຄ່າກະດາດເຊັ່ນ: ເລືອກຊຸດສີ, ເລືອກໂທນສີ, ຂະຫນາດຂອງຫນ້າກະດາດ, ໄລຍະຂອບ ແລະ ຕັ້ງຄ່າການພິມ.

#Fomulas ແຖບເຄື່ອງມືສຳລັບສ້າງສູດໃນການຄິດໄລ່ ສະແດງກຸ່ມຟັງຊັ່ນຄິດໄລ່, ເພີ່ມສູດ, ການຕັ້ງຊື່ເຊວແລະການກວດສອບແກ້ໄຂສູດ.

#Data (ຂໍ້ມູນ) ແຖບເຄື່ອງມືຈັດການຂໍ້ມູນປະເພດຖານຂໍ້ມູນດ ເຊັ່ນ: ຈັດລຽງ, ກັ່ນຕອງຂໍ້ມູນ, ນຳເຂົ້າ/ສົ່ງອອກ ຂໍ້ມູນ

#Review ແຖບເຄື່ອງມືສຳລັບກວດສອບຂໍ້ມູນ ເຊັ່ນ: ກວດຄຳສະກົດ, ແປ, ປ້ອງກັນ ແລະ ໃສ່ຂໍ້ຄິດເຫັນຕ່າງໆ

#View ແຖບມຸມມອງ, ມີເຄື່ອງມື ເຊື່ອງ/ສະແດງເສັ້ນຕາຕະລາງຫລືອແຖບສູດ, ປ່ຽນມຸມມອງ, ຫຍໍ້/ຂະຫຍາຍ, ຈັດລຽງຫນ້າຕ່າງແລະປຽບທຽບເອກະສານ

#Format ເປັນ Contextual Tap ແຖບເຄື່ອງມືພິເສດທີ່ສຳພັນກັບການເລືອກຕ່າງໆເຊັ່ນ: Picture, chart, SmartArt ແລະ Table ເພື່ອໃຊ້ຈັດການກັບສິ່ງທີ່ເລືຶອກເຊັ່ນ: ເມື່ອເລືອກກຣາບຈະໃຊ້ຈັດຮູບແບບໃຫ້ກັບກຣາບ ຫລື ຖ້າເລືອກ SmartArt ເປັນຕົ້ນ.

#Chart Tools ແຖບເຄື່ອງມືຂອງກຣາບຈະສະແດງເມື່ອສ້າງຕາຕະລາງດ້ວຍຄຳສັ່ງ Format as Tabel, ແຖບ Design ໃຊ້ສຳລັບຈັດການກັບຕາຕະລາງແລະຈັດຮູບແບບຕາຕະລາງ

#WordArt Tool ແຖບເຄື່ອງມືິພິເສດທີ່ຈະສະແດງເມື່ອສ້າງຂໍ້ຄວາມ WordArt ເພື່ອໃຊ້ຈັດຮູບແບບຂໍ້ຄວາມ