ສອນ Microsoft word ຈັດຮູບແບບຫຍໍ້ຫນ້າ (Paragraph)

#Microsoft word
#ຈັດຮູບແບບຫຍໍ້ຫນ້າ (Paragraph)

ໂດຍປົກກະຕິແລ້ວໂປຣແກຣມຈະຕັ້ງຄ່າເລີ່ມຕົ້ນຂອງການຈັດຫຍໍ້ຫນ້າທີ່ຂອບເອກະສານແຕ່ລະດ້ານໃຫ້ ເຊິ່ງຂອບເຂດນັ້ນຈະມາຈາກການຕັ້ງຄ່າຫນ້າເອກະສານ (Margins) ທີ່ໄດ້ເລືອກໄວ້ ຂໍ້ຄວາມທີ່ປ້ອນເຂົ້າໄປໃນແຕ່ລະຫຍໍ້ຫນ້າ ຈະເລີ່ມທີ່ຕຳແຫນ່ງໄລຍະຂອບຊ້າຍ ແລະຈົບທີ່ໄລຍະຂອບຂວາສະເຫມີ ສັງເກດຈາກໄມ້ບັນທັດດ້ານເທິງແລະດ້ານຂ້າງຂອງເອກະສານ ແຕ່ເຮົາສາມາດຕັ້ງຄ່າໃຫມ່ໄດ້ງ່າຍໆດ່ັງນີ້:
 ການຈັດຫຍໍ້ຫນ້າແບບງ່າຍໆ ແລະໄວດ້ວຍປຸ່ມຄຳສັ່ງໃນກຸ່ມ Paragraph ໃນແຖບ Home ມີດັ່ງນີ້:
 Increase Indent ເພີ່ມການຫຍັບໄປທາງຂວາເທື່ອລະ 0.5 ນິ້ວ
 Decrease Indent ຫຍັບເຂົ້າມາທາງດ້ານຊ້າຍເທື່ອລະ 0.5 ນິ້ວ

Read More

ສອນ Microsoft word ຈັດຮູບແບບຕົວອັກສອນດ້ວຍ Drop Cap

# Microsoft word
#ຈັດຮູບແບບຕົວອັກສອນດ້ວຍ Drop Cap
ການຈັດເອກະສານແບບຈົດຫມາຍຂ່າວ ຫລືເອກະສານແບບວາລະສານ ສາມາດຈັດຮູບແບບຕົວອັກສອນຂອງຫຍໍ້ຫນ້າໃຫ້ເປັນຕົວໃຫຍ່ ເພື່ອເປັນຈຸດນຳສາຍຕາໃຫ້ຫຍໍ້ຫນ້ານັ້ນຫນ້າສົນໃຈຫລາຍຂື້ນ ໂດຍຈະເລືອກໃສ່ໄດ້ດ່ັງນີ້:

Read More

ສອນ Microsoft word ຈັດຂໍ້ຄວາມແບບ WordArt

#ສອນ Microsoft word
#ຈັດຂໍ້ຄວາມແບບ WordArt

ນອກຈາກການໃສ່ Effect ຂໍ້ຄວາມທີ່ຜ່ານມາແລ້ວ ເຮົາສາມາດຈັດຮູບແບບຂໍ້ຄວາມດ້ວຍ WordArt ເຊິ່ງຈະເລືອກ Effect ຂໍ້ຄວາມໄດ້ຫລາກຫຼາຍກວ່າ ເຊັ່ນ: ຫມູນຂໍ້ຄວາມຫລືຫມູນແບບ 3 ມິຕິໄດ້:
 Effect ຂໍ້ຄວາມມີດັ່ງນີ້

 Shadow ໃສ່ເງົາ
 Reflection ເງົາສະທ້ອນ
 Glow ເຮືອງແສງ
 Bevel ຍົກໃຫ້ນູນ
 3D Rotation ການຫມູນ 3ມິຕິ
 Transform ແປງຂໍ້ຄວາມເປັນຮູບຮ່າງຕ່າງໆ

Read More

ກຳນົດ Effect ດ້ວຍຕົວອັກສອນ (Text Effects)


1.   ກຳນົດ Effect ດ້ວຍຕົວອັກສອນ (Text Effects)

ຂໍ້ຄວາມທີ່ເປັນຫົວເລື່ອງໃຫຍ່ຫລືຫົວເລື່ອງຮອງລົງມາ ຖ້າຕ້ອງການເນັ້ນຂໍ້ຄວາມໃຫ້ຫນ້າສົນໃຈກໍ່ເລືອກຈັດຮູບແບບໂດຍເລືອກ Effect ຕົວອັກສອນທີ່ສວຍງາມ, ໂດດເດັ່ນ, ທັງໃສ່ເງົາ, ເຮືອງແສງທີ່ຂອບ, ຫລືສະທ້ອນຂໍ້ຄວາມ ໂດຍຈະມີລັກສະນະຄ້າຍໆກັບການຈັດຮູບແບບດ້ວຍ WordArt.

 Outline: Effect ເສັ້ນຂອບຕົວອັກສອນ
 Shadow: Effect ເງົາຕົວອັກສອນ
 Reflection: Effect ສະທ້ອນເງົາ


 Glow: Effect ເຮືອງແສງທີ່ຂອບ


Read More

ສອນ Microsoft word ຈັດຮູບແບບດ້ວຍ Styles

#ສອນ Microsoft word
#ຈັດຮູບແບບດ້ວຍ Styles
Styles (ລັກສະນະ) ຄືຊຸດຮູບແບບທີ່ໄດ້ຈັດເນື້ອຫາ ເຊັ່ນ: ແບບອັກສອນ, ຫຍໍ້ຫນ້າ, ແທ໊ບ, ສີພື້ນ, ເລກລຳດັບ, ບລູເລັດ ແລະ ເສັ້ນຂອບ ສະໄຕລ໌ຈຶ່ງໃຊ້ເກັບຮູບແບບທີ່ໃຊ້ງານເລື້ອຍໆເອົາໄວ້ ເຮົາສາມາດນຳເອົາມາໃຊ້ງານຊໍ້ຳໆໃນເອກະສານໄດ້ຕາມຕ້ອງການ ສະໄຕລ໌ ຍັງຊ່ວຍໃຫ້ເຮົາຈັດຮູບແບບໃຫ້ໄດ້ມາດຕະຖານດຽວກັນ ເຊັ່ນ: ຂ້ໍຄວາມຫົວເລື່ອງຂອງເອກະສານຄວນຈະໃຊ້ຮູບແບບດຽວກັນ ນອກຈາກນີ້ຍັງເອົາ Styles ປະເພດຫົວເລື່ອງ (Heading) ມາໃຊ້ອ້າງອີງສຳລັບສາລະບານໄດ້ອີກດ້ວຍ ໂດຍໂປຣແກຣມໄດ້ຈັດຕຽມ Styles ຂໍ້ຄວາມເອົາໄວ້ຫລາຍຊຸດໃນກຸ່ມຄຳສັ່ງ Styles ໃນແຖບ Home ເອີ້ນໃຊ້ງານໄດ້ດ່ັງຕໍ່ໄປນີ້:


Read More

Microsoft word ຈັດຮູບແບບລາຍການດ້ວຍ Bullets ຮູບພາບ

#Microsoft word
#ຈັດຮູບແບບລາຍການດ້ວຍ Bullets ຮູບພາບ

ຫາກຕ້ອງການຈັດລຳດັບລາຍການ Bullets ດ້ວຍຮູບພາບງາມໆ ກໍ່ເຮັດໄດ້ໂດຍການຄລິກເລືອກ Define New Bullet… ແລ້ວຄລິກປຸ່ມ Symbol ຫລື Picture ເລືອກສັນຍາລັກ ຫລື ຮູບພາບຂະຫນາດນ້ອຍມາເຮັດເປັນ Bullets ໄດ້.


Read More

Microsoft word ກຳນົດຮູບແບບເລກລຳດັບຫົວຂໍ້ຍ່ອຍ

#Microsoft word
#ກຳນົດຮູບແບບເລກລຳດັບຫົວຂໍ້ຍ່ອຍ
ຂໍ້ມູນບາງປະເພດອາດຈະມີລຳດັບການເຮັດງານຫລາຍຂັ້ນຕອນ ຈະມີທັ້້ງລຳດັບຫຼັກ ແລະ ລຳດັບຍ່ອຍຊ້ອນລົງໄປ ເຮົາອາດຈະເລືອກເລກລຳດັບແບບ Multilevel List ມາຈັດຮູບແບບລຳດັບໄດ້ ເຊັ່ນ: ມີຫົວ 1 ຕໍ່ມາ 1.1 ຫລື 1.1.1 ເປັນຕົ້ນ ຖ້າເລືອກເປັນ Bullets ກໍ່ຈະໄດ້ສັນຍາລັກຂອງ Bullets ແຕ່ລະລະດັບແຕກຕ່າງກັນໄປ ລາຍການລຳດັບຍ່ອຍຈະຈັດຖອຍເຂົ້າໄປຈາກລຳດັບເທິງເລັກນ້ອຍຕາມລຳດັບລາຍການຍ່ອຍແຕ່ລະຂັ້ນ.

Read More