ສ່ວນປະກອບຂອງ Worksheet



ໃນ 1 Workbook ຈະມີ Worksheet ເປັນພື້ນທີ່ໃນການເກັບຂໍ້ມູນ ຈະມີຊື່ອື່ນສ່ວນປະກອບຕ່າງໆດັ່ງນີ້






2

1
1. Name Box  ສະແດງຊື່ເຊວທີ່ເລືອກ ແລະ ຊື່ເຊວທີ່ກຳນົດຂື້ນມາໃຫມ່ເມື່ອເລືອກເຊວໃດຈະສະແດງຊື່ເຊວນັ້ນໃນຊ່ອງນີ້ ແລະ ສາມາດໃສ່ຊື່ເຊວເພື່ອຍ້າຍໄປເຊວທີ່ຕ້ອງການໄດ້

2. ແຖບໃສ່ສູດຄິດໄລ່


3
3. ສູດຄິດໄລ່


4

5
4. Formula bar ແຖບສູດຄິດໄລ່ທີ່ໃຊ້ສຳລັບໃສ່ສູດ, ແກ້ໄຂ ແລະສະແດງສູບເຊວທີ່ເລືອກ


6
5. . ຄລິກຂະຫຍາຍແຖບສູດ

6 . Column ພື້ນທີ່ຂອງຖັນແນວຕັ້ງຈາກຊ້າຍໄປຂວາເລີ່ມຈາກຖັນ Aໄປຈົນເຖິງຖັນ XFD ລວມທັງຫມົດ 16,384ຖັນ


7

8
7. Row (ແຖວ) ພື້ນທີ່ຂອງແຖວແນວນອນຈາກເທິງລົງລຸ່ມ ເລີ່ມຈາກແຖວທີ 1 ໄປຈົນເຖິງແຖວທີ 1,048,576


9
8. Active Cell ຄືຕຳແຫນ່ງເຊວທີ່ເລືອກໃຊ້ງານໃນປະຈຸບັນ


10
9.  ເລື່ອນໄປ Sheet ຕ່າງໆ


11
10. Sheet ທີ່ກຳລັງເປີດຢູ່


12
11. ຄລິກເພີ່ມ Sheet


13
12. ມຸມມອງຕ່າງໆ

13. ຊູມ ຫນ້າຕ່າງ ໃຫ້ໃຫຍ່ຂຶ້ນ ຫລື ນ້ອຍລົງ

Read More

ເປີດໂປຣແກຣມ Microsoft Excel 2016


ເມື່ອເປີດໂປຣແກຣມ Microsoft Excel 2016 ເຂົ້າມາຄັ້ງແລກໂປຣແກຣມຈະໃຫ້ເລືອກວ່າຕ້ອງການເລື່ມຕົ້ນສຮ້າງງານໃນ Work Book ແບບໃດ ຊຶ່ງຈະມີທັງ Work Book ເປົ່າມີແຕ່ຫນ້າ Work Sheet ຫວ່າງໆ ແລະ Work Book ແບບສຳເລັດທີ່ມີການວາງໂຄງສ້າງພື້ນຖານຂອງເນື້ອຫາແລະຈັດຮູບແບບເບື້ອງຕົ້ນເອົາໄວ້ແລ້ວ ຊຶ່ງສາມາດນຳມາໃຊ້ງານໄດ້ເລີຍ ໂດຍນຳມາປັບປຸງເນື້ອຫາໃຫ້ເປັນງານຂອງເຮົາ.






Read More

ພື້ນຖານ Excel 2016


Microsoft Excel ຍັງເປັນໂປຣແກຣມ Spreadsheet ອຳມະຕະທີ່ໄດ້ຮັບຄວາມນິຍົມໃນການໃຊ້ງານ ເອີ້ນໄດ້ວ່າບໍ່ສາມາດມີໂປຣແກຣມໃດມາແທນທີ່ໄດ້ ດ້ວຍຄວາມທີ່ຈັດເກັບຂໍ້ມູນທີ່ງ່າຍ ສ້າງສູດຄຳນວນເກ່ັງ ຈັດຮູບແບບເອກະສານໄດ້ຫລາຍຫລາຍ ວິເຄາະຂໍ້ມູນໄດ້ສຸດຍອດ ຈຶ່ງເຮັດໃຫ້ Excel ຍັງຄົງເປັນໂປຣແກຣມມາດຕະຖານທີ່ໃຊງານຕາມສຳນັກງານທົ່ວໄປ ສຳລັບ Microsoft Excel 2016 ໄດ້ປ່ຽນແປງຮູບແບບການເຮັດວຽກພື້ນ ຖານໃນສ່ວນຂອງການຕິດຕໍ່ກັບຜູ້ໃຊ້ ໃນຮູບແບບໃຫມ່ຕາມລັກສະນະຂອງໂປຣແກຣມໃນຊຸດ Office 2016 ເຮັດໃຫ້ການເຮັດວຽກຕ່າງໆ ເຮັດໄດ້ສະດວກ ແລະ ໄວຂື້ນ ການເຂ້ົາເຖິງຄຳສັ່ງການສ່ັງງານ ຈະເຮັດໄດ້ທັ້ງລະບົບສຳຜັດ(Touch) ແຕະຫນ້າຈໍສັ່ງງານ ແລະການໃຊ້ເມົ້າ (Mouse) ກໍ່ເຮັດໄດ້ສະດວກ.
          ໃນສ່ວນຂອງການເຮັດວຽກພາຍໃນຄຳສັ່ງເດີມໆ ສາມາດໃຊ້ງານໄດ້ທັ້ງຫມົດ ແຕ່ໄດ້ເພີ່ມຄຳສັ່ງໃຫມ່ໆເຂົ້າມາບາງຈຸດ ອາດຈະປ່ຽນຫນ້າຈໍເລັກນ້ອຍ ແຕ່ສ່ວນໃຫຍ່ຍັງຄົງແບບເດີມຄືກັບ Excel 2013 ແຕ່ Office 365 ຫລື Office 2016 ຈະມີການອັບເດດ (Update) ປັບປຸງເກືອບຈະທຸກໆເດືອນ ການປັບປຸງແຕ່ລະຄັ້ງກໍ່ຈະມີການແກ້ໄຂຈຸດບົກຜ່ອງ ແລະ ແຊກຄຳສັ່ງໃຫມ່ໆເຂົ້າມາ ຄຳສັ່ງເກົ່າບາງຄຳສັ່ງທີ່ບໍ່ທັນສະໃຫມກໍ່ຈະຖືກຍົກເລີກໄປ.



Read More