ສ້າງເວີກບຸກ (Work Book) ຈາກ Template (Excel 2016)







ສ້າງເວີກບຸກຈາກ Template ຈະມີ 2ກໍລະນີຄື ບໍ່ໄດ້ເຊື່ອມຕໍ່ອິນເຕີເນັດກໍ່ຈະເລືອກໄດ້ບາງສ່ວນ, ແຕ່ຖ້າເຊື່ອມຕໍ່ກັບອິນເຕີເນັດເອົາໄວ້ ເວີກບຸກ Template ກໍ່ຈະມີໃຫ້ເລືອກຫລາຍກວ່າ ໂດຍຈະມີຢູ່ໃນເວັບໄຊ Office.com ຫາກເລືອກຮູບແບບເວີກບຸກສຳເລັດຮູບແບບໃດກໍ່ຈະເລືອກດາວໂຫຼດ ຮູບແບບສຳເລັດນັ້ນມາສະແດງໃນເວີກບຸກ ຈາກນັ້ນກໍ່ບັນທຶກເກັບໄວ້ໃຊ້ງານຕໍ່ໄດ້ ຊຶ່ງບາງເວີກບຸກສຳເລັດຮູບນັ້ນກໍ່ຈະມີຕົວຢ່າງຂໍ້ມູນແລະສູດການຄິດໄລ່ມາໃຫ້ນຳ








Read More

Excel 2016 ສ້າງເວີກບຸກໃຫມ່ຈາກຄຳສັ່ງ New

Excel 2016 ສ້າງເວີກບຸກໃຫມ່ຈາກຄຳສັ່ງ New



ໃນຂະນະທີ່ທ່ານກຳລັງໃຊ້ງານຢູ່ໃນ Excel ຖ້າຕ້ອງການສ້າງ workbook ໃຫມ່ກໍ່ເຮັດໄດ້ໂດຍການຄລິກເມນູ file ຈາກນ້ັນກໍ່ເຂົ້າໄປທີ່ຫນ້າຈໍສ້າງ workbook ໃຫມ່ຄືຕອນທີ່ເປີດເຂົ້າໂປຣແກຣມເຊັ່ນດຽວກັນ ໂດຍຈະມີທັ້ງແບບ Ofline ຫລື Online ແລະເລືອກປະເພດຂອງ Themplate ໄດ້ຄືກັນ ດັ່ງນີ້:










Read More

Quick Analysis



ເປັນເຄື່ອງມືທີ່ໃຊ້ໃນການວິເຄາະຂໍ້ມູນແບບໄວ ຈະມີປຸ່ມ Quick Analysis ສະແດງຂື້ນມາໃຫ້ເລືອກຄຳສັ່ງ ເຊັ່ນ fomatting ຈັດຮູບແບບຕາມເງື່ອນໄຂ, Chart ສ້າງກຣາບ, Tables ຕາຕະລາງ, Totals ຫາຜົນລວມຕ່າງໆ ແລະ Sparkline ສ້າງກຣາບຂະຫນາດນ້ອຍເພື່ອວິເຄາະແນວໂນ້ມຂໍ້ມູນ








Read More

ແຖບ Ribbon ພື້ນຖານຂອງ Excel 2016

ແຖບ Ribbon ພື້ນຖານຂອງ Excel 2016



#Home (ຫນ້າທຳອິດ) ແຖບເຄື່ອງມື ,ກຸ່ມກ໋ອບປີ້, ວາງ, ຈັດຮູບແບບເນື້ອຫາຂໍ້ຄວາມ ຕົວເລກ, ຈັດຕຳແຫນ່ງ, ການສະແດງຜົນ, ລົບ/ເພີ່ມ ແຖວ, ຖັນ ແລະ ຄົ້ນຫາຂໍ້ຄວາມ


#Insert ແຖບເຄື່ອງມືກຸ່ມເພີ່ມເຄື່ອງມື ແລະ ຮູບຕ່າງໆ ເຊັ່ນ: ຕາຕະລາງ, ກຣາບ, ລາຍງານ, Slicer, Apps, PivotTable, ແລະກຣາບຟິກຕ່າງໆເຊັ່ນ SmartArt, ຮູບພາບ, ຮູບແຕ້ມ, WorkArt ແລະຫົວກະດາດ/ທ້າຍກະດາດ

#Draw (ແຕ້ມ) ເປັນແຖບເຄື່ອງມືໃຫ້ທີ່ເພີ່ມເຂົ້າມາໃນ Excel 2016 ໃຊ້ສຳລັບເປັນ ບິກສີໄຮໄລ້ ເພື່ອກວດສອບ.

#Page Layout ແຖບເຄື່ອງມືກຸ່ມຕັ້ງຄ່າກະດາດເຊັ່ນ: ເລືອກຊຸດສີ, ເລືອກໂທນສີ, ຂະຫນາດຂອງຫນ້າກະດາດ, ໄລຍະຂອບ ແລະ ຕັ້ງຄ່າການພິມ.

#Fomulas ແຖບເຄື່ອງມືສຳລັບສ້າງສູດໃນການຄິດໄລ່ ສະແດງກຸ່ມຟັງຊັ່ນຄິດໄລ່, ເພີ່ມສູດ, ການຕັ້ງຊື່ເຊວແລະການກວດສອບແກ້ໄຂສູດ.

#Data (ຂໍ້ມູນ) ແຖບເຄື່ອງມືຈັດການຂໍ້ມູນປະເພດຖານຂໍ້ມູນດ ເຊັ່ນ: ຈັດລຽງ, ກັ່ນຕອງຂໍ້ມູນ, ນຳເຂົ້າ/ສົ່ງອອກ ຂໍ້ມູນ

#Review ແຖບເຄື່ອງມືສຳລັບກວດສອບຂໍ້ມູນ ເຊັ່ນ: ກວດຄຳສະກົດ, ແປ, ປ້ອງກັນ ແລະ ໃສ່ຂໍ້ຄິດເຫັນຕ່າງໆ

#View ແຖບມຸມມອງ, ມີເຄື່ອງມື ເຊື່ອງ/ສະແດງເສັ້ນຕາຕະລາງຫລືອແຖບສູດ, ປ່ຽນມຸມມອງ, ຫຍໍ້/ຂະຫຍາຍ, ຈັດລຽງຫນ້າຕ່າງແລະປຽບທຽບເອກະສານ

#Format ເປັນ Contextual Tap ແຖບເຄື່ອງມືພິເສດທີ່ສຳພັນກັບການເລືອກຕ່າງໆເຊັ່ນ: Picture, chart, SmartArt ແລະ Table ເພື່ອໃຊ້ຈັດການກັບສິ່ງທີ່ເລືຶອກເຊັ່ນ: ເມື່ອເລືອກກຣາບຈະໃຊ້ຈັດຮູບແບບໃຫ້ກັບກຣາບ ຫລື ຖ້າເລືອກ SmartArt ເປັນຕົ້ນ.

#Chart Tools ແຖບເຄື່ອງມືຂອງກຣາບຈະສະແດງເມື່ອສ້າງຕາຕະລາງດ້ວຍຄຳສັ່ງ Format as Tabel, ແຖບ Design ໃຊ້ສຳລັບຈັດການກັບຕາຕະລາງແລະຈັດຮູບແບບຕາຕະລາງ

#WordArt Tool ແຖບເຄື່ອງມືິພິເສດທີ່ຈະສະແດງເມື່ອສ້າງຂໍ້ຄວາມ WordArt ເພື່ອໃຊ້ຈັດຮູບແບບຂໍ້ຄວາມ


Read More

ສ່ວນປະກອບຂອງ Worksheet ໃນ Excel

ສ່ວນປະກອບຂອງ Worksheet ໃນ Excel

ໃນ 1 Workbook ຈະມີ ຫລາຍໆ Worksheet ເປັນພື້ນຖານໃນການເກັບຂໍ້ມູນ ຈະມີຊື່ເອີ້ນສ່ວນປະກອບຕ່າງໆດັ່ງນີ້:
#Active Cell 
ຄືຕຳແຫນ່ງເຊວທີ່ເລືອກໃຊ້ງານໃນປະຈຸບັນ
#Formula bar
ແຖບສູດຄິດໄລ່ທີ່ໃຊ້ສຳລັບໃສ່ສູດ, ແກ້ໄຂ ແລະສະແດງສູບເຊວທີ່ເລືອກ
#Row (ແຖວ)
ພື້ນທີ່ຂອງແຖວແນວນອນຈາກເທິງລົງລຸ່ມ ເລີ່ມຈາກແຖວທີ 1 ໄປຈົນເຖິງແຖວທີ 1,048,576
#Column
ພື້ນທີ່ຂອງຖັນແນວຕັ້ງຈາກຊ້າຍໄປຂວາ ເລີ່ມຈາກຖັນ A ໄປຈົນເຖິງຖັນ XFD ລວມທັງຫມົດ 16,384 ຖັນ
#Cell
ຄືຊ່ອງຕາຕະລາງທີ່ເປັນຈຸດຕັດກັນລະຫວ່າງ Row ແລະ Column ເຊິ່ງຈະເອີ້ນຊື່ເຊວຈາກຊື່ Column ຕາມດ້ວຍເຄື່ອງຫມາຍແຖວ ເຊັ່ນ ຈຸຕັດ Column B ໃນແຖວ 10 ຈະເອີ້ວຊື່ເຊວວ່າ B10
#Name Box
ສະແດງຊື່ເຊວທີ່ເລືອກ ແລະ ຊື່ເຊວທີ່ກຳນົດຂື້ນມາໃຫມ່ເມື່ອເລືອກເຊວໃດຈະສະແດງຊື່ເຊວນັ້ນໃນຊ່ອງນີ້ ແລະ ສາມາດໃສ່ຊື່ເຊວເພື່ອຍ້າຍໄປເຊວທີ່ຕ້ອງການໄດ້
#Sheet Tab
ຄືປ້າຍຊື່ຂອງ Worksheet ເລີ່ມຕົ້ນເຂົ້າມາໃຫມ່ຈະມີແຕ່ 1 WorkSheet ຄື Sheet 1 ເຊິ່ງສາມາດເພີ່ມຈຳນວນ sheet ໄດ້ຕາມຕ້ອງການ





Read More

Excel ແມ່ນຫຍັງ?



Excel ແມ່ນຫຍັງ?

ແມ່ນໂປຣແກຣມຕົວຫນຶ່ງໃນຊຸດຂອງ Microsoft Office ເຊິ່ງ Excel ນັ້ນເປັນໂປຣແກຣມຍອດຮິດ ມີຄວາມສາມາດຮອບດ້ານ ແຕ່ຈະເດັ່ນທາງດ້ານ ການວິເຄາະ, ຄິດໄລ່ ແລະ ການຈັດຂໍ້ມູນໃນຮູບແບບຕາຕະລາງທີ່ເອີ້ນວ່າ Spreadsheet ລວມເຖິງນຳຂໍ້ມູນໃນຕາຕະລາງມາສະແດງຜົນໃນຮູບແບບທີ່ເຮັດໃຫ້ເຮົາເຂົ້າໃຈຂໍ້ມູນນັ້ນລຶກຊຶ້ງຫລາຍຍິ່ງຂື້ນ ເຊັ່ນ ສ້າງກຣາບ ການນຳມາສ້າງສູດຄິດໄລ່ ຈາກງ່າຍໆແບບພື້ນຖານໄປຈົນເຖິງລະດັບສູງສຸດໄດ້.

Microsoft Excel ເປັນໂປຣແກຣມ Spreadsheet ອຳມະຕະທີ່ໄດ້ຮັບຄວາມນິຍົມໃນການໃຊ້ງານທົ່ວໂລກ ຫລືເວົ້າໄດ້ວ່າບໍ່ສາມາດມີໂປຣແກຣມໃດມາແທນທີ່ໄດ້ ດ້ວຍການທີ່ ການຈັດເກັບຂໍ້ມູນໄດ້ງ່າຍ, ສ້າງສູດຄິດໄລ່ໄດ້ເກັ່ງ, ຈັດຮູບແບບເອກະສານໄດ້ຫລາກຫລາຍ ວິເຄາະຂໍ້ມູນໄດ້ສຸດຍອດ, ຈຶ່ງເຮັດໃຫ້ Excel ຍັງຄົບເປັນໂປຣແກຣມມາດຕະຖານທີ່ໃຊ້ງານໄດ້ຕາມສຳນັກງານທົ່ວໄປ ຊຶ່ງໂປຣແກຣມເວີຊັນໃຫມ່ໆນີ້ ໄດ້ມີການປ່ຽນແປງຮູບແບບການໃຊ້ງານພື້ນຖານ ເຮັດໃຫ້ການໃຊ້ງານຕ່າງໆ ເຮັດໄດ້ສະດວກ ວ່ອງໄວຂື້ນ, ການເຂົ້າເຖິງຄໍາສັ່ງ ການສັ່ງງານຈະເຮັດໄດ້ທັງລະບົບສຳຜັດ (Touch) ແລະການໃຊ້ເມົ້າ (Mouse) ກໍ່ສາມາດເຮັດໄດ້ສະດວກ,

ໃນສ່ວນຂອງການເຮັດວຽກພາຍໃນຄໍາສັ່ງແບບເກົ່າໆສາມາດໃຊ້ງານໄດ້ທັງຫມົດ ແຕ່ໄດ້ເພີ່ມຄຳສັ່ງໃຫມ່ໆເຂົ້າມາແດ່ບາງຈຸດ ອາດຈະມີການປ່ຽນແປງຫນ້າຈໍເລັກນ້ອຍ ແຕ່ສ່ວນໃຫຍ່ຍັງຮັກສາຮູບແບບເດີມ.


ສອນ excel ແບບມືອາຊີບ




Read More