ເຕີມຂໍ້ມູນອັດຕະໂນມັດ (Auto Fill)



Excel ຈະມີຈຸດຈັບເຕີມ Fill Handle ທີ່ມຸມລຸ່ມຂອງຂອງເຊວ ຈະໃຊ້ສຳລັບເຕີມຂໍ້ມູນແບບວ່ອງໄວ ຊຶ່ງຈະໃຊ້ໄດ້ຫລາຍແບບທັ້ງກ໋ອບປີ້ຂໍ້ຄວາມດ ກ້ອບປີສູດ, ເຕີມຕົວເລກຕໍ່ເນື່ອງດ ເຕີມຕົວເລກທ້າຍຂໍ້ຄວາມ, ເຕີມວັນ-ເດືອນ-ປີ, ເຕີມເດືອນ ແລະ ອື່ນໆ ເຊຶ່ງຈະເຮັດໃຫ້ສາມາດເຕີມຂໍ້ມູນໄດ້ແບບວ່ອງໄວ ແລະ ປະຢັດເວລາ.
+ ເຕີມຕົວເລກຕໍ່ເນື່ອງ (Number)
ການເຕີມຕົວເລກຈະຕ້ອງມີຄ່າຕົວເລກເລີ່ມຕົ້ນ 2 ຄ່າສະເຫມີແລ້ວຈຶ່ງເລືອກເຕີມ ຕົວເລກທຳອິດຄື ຄ່າເລີ່ມຕົ້ນ ຕົວເລກທີ 2 ຄືຕົວເລກທີ່ຈະເພີ່ມຂື້ນໃນແຕ່ລະຂື້ນ ເຊັ່ນ 1,2 ກໍ່ຈະໄດ້ 3,4, ... ແຕ່ຖ້າໃສ່ 100, 200 ກໍ່ຈະເພີ່ມຂື້ນເທື່ອລະ 100
• ການເຕີມຕົວເລກເທື່ອລະ 100 ໂດຍກຳນົດຄ່າເລີ່ມຕົ້ນທີ່ 100 ແລະ ຕົວທີສອງ 200 ໃນແຕ່ລະເຊວຈະເພີ່ມຂື້ນເທື່ອລະ 100
• ການເຕີມຕົວເລກນັ້ນ ຄ່າການເພີ່ມຈະຢູ່ທີ່ຕົວເລກຂອງຄ່າທີ 1 ແລະ ຄ່າທີ 2 ເປັນຫລັກ ເຊັ່ນ 5%, 10% ກໍ່ຈະເພີ່ມຂັ້ນລະ 5%


Read More

ແຈກຫນັງສື ພື້ນຖານ Excel 2016

Read More

Excel Shortcut - Shift+F3

Excel Shortcut

Shift + F3 = Insert Function

Insert Function ແມ່ນຫຍັງ?

ແມ່ນການໃສ່ສູດສຳລັບຄິດໄລ່ຕ່າງໆ, ເຊິ່ງປົກກະຕິແລ້ວຕ້ອງພິມດ້ວຍມືກ່ອນທີ່ຈະໃສ່ສູດ ແຕ່ເພື່ອຄວາມສະດວກສະບາຍຍິ່ງຂື້ນ ເຮົາສາມາດໃຊ້ປຸ່ມລັດໄດ້ໂດຍການກົດປຸ່ມ Shift+F3 ແລ້ວໃສ່ສູດຕ່າງໆຕາມທີ່ເຮົາຕ້ອງການໄດ້ເລີຍ :)



Read More

Excel Shortcut - Ctrl + Shift + F1 = Hide Ribbon

Ctrl + Shift + F1 = Hide Ribbon

Hide Ribbon ແມ່ນຫຍັງ?

ແມ່ນການເຊື່ອງເຄື່ອງມືທັງຫມົດໃນຫນ້າຕ່າງຂອງ Excel ເພື່ອໃຫ້ໄດ້ຫນ້າຕ່າງເຮັດວຽກທີ່ກ້ວາງທີ່ສຸດໃນການເຮັດວຽກ










Read More

Excel Shortcut key- Ctrl+F1

Ctrl+F1=Collapse the Ribbon

Collapse the Ribbon ແມ່ນຫຍັງ?

    ແມ່ນ ແຖບ Ribbon ຫລືແຖບເຄື່ອງມືຂອງ ເອັກເຊວເພື່ອໃຫ້ງ່າຍຂື້ນໃນການໃຊ້ການ ເຊັ່ນ Home ມີແຖບເຄື່ອງມືຫຍັງແດ່, insert ມີແຖບເຄື່ອງມືຫັຍງແດ່ ເພື່ອເຮັດໃຫ້ຫາມາໃຊ້ໄດ້ງ່າຍ ແລະ ໄວຂື້ນ.


    ແຕ່ໃນກໍລິນີທີ່ເຮົາຕ້ອງການພື້ນທີ່ການເຮັດວຽກກວ້າງຂື້ນ ເຮົາສາມາດເຊື່ອງເຄື່ອງມືເຫລົານັ້ນໄວ້ໄດ້ໂດຍການກົດປຸ່ມ Ctrl+F1 ຫລື ສາມາດກົດປຸ່ມລູກສອນຂອງແຖບໃນເອັກເຊວໄດ້ໂດຍຕົງ.



Read More

Excel shortcut key, Alt+F2 = Save as

Alt+F2 =  Save as

      ຖ້າຫາກທ່ານຕ້ອງການທີ່ຈະບັນທຶກຂໍ້ມູນຂອງທ່ານເປັນຊື່ໃຫມ່ ຫລື ເປັນເອກະສານໃຫມ່ແຍກອອກຈາກເອກະສານໂຕເກົ່າທີ່ທ່ານກຳລັງໃຊ້ຢູ່ ທ່ານສາມາດເຮັດໄດ້ແບບວ່ອງໄວ ໂດຍການໃຊ້ ປຸ່ມ Alt+F2 ແລ້ວໃສ່ຊື່ ແລະ ເກັບໄວໃນບ່ອນທີ່ທ່ານຕ້ອງການ.












Read More

Excel Print Sortcut

Ctrl+F2=Print

ໃຊ້ໃນກໍລະນີທີ່ຕ້ອງຕ້ອງການພິມເອກະສານອອກມາທາງເຄື່ອງພິນເຕີ ຫລືອື່ນໆ ທ່ານກໍ່ສາມາດໃຊ້ຄຳສັ່ງນີ້ໄດ້ ຮູ້ໄວ້ ຈະສະດວກສະບາຍ ແລະ ໄວຂື້ນໃນການໃຊ້ງານໃນຄັ້ງຕໍ່ໆໄປ










Read More

excel course - Shortcut - insert commet


Excel sortcut

Shift+F2= insert comment

- ເຊັ່ນອາດຈະໃຊ້ໃນການກວດເອກະສານ
- ເຊັ່ນລູກນ້ອງສົ່ງງານໃຫ້ຫົວຫນ້າເປັນຄົນກວດວຽກງານ ແລະ ຖ້າຫົວຫນ້າຕ້ອງການໃຫ້ລູກນ້ອງແກ້ຈຸດໃດ ສາມາດໃຊ້ comment ໃນຫ້ອງນັ້ນໆໄດ້ວ່າຕ້ອງການໃຫ້ແກ້ໄຂເປັນແນວໃດເປັນຕົ້ນ




Read More

Excel Edit Mode

Excel Edit Mode ?

ແມ່ນປຸ່ມລັດໃນການເຂົ້າສູ່ຄຳສັ່ງແປງເອກະສານ

ເຊັ່ນ: ຖ້າຫາກວ່າທີ່ມີຂໍ້ມູນທີ່ເປັນຕົວເລກ ຫລື ຕົວຫນັງສືໃນ Excel ປົກກະຕິຖ້າທ່ານຕ້ອງການແປງຕົວຫນັງສື ຫລື ຕົວເລກນັ້ນທ່ານຕ້ອງ double click ໃນເຊວນັ້ນ ແລະ ວິທີການທີ່ງ່າຍກ່ວາຄື ກົດປຸ່ມ F2 ກໍ່ສາມາດເຂົ້າຫາຄຳສັ່ງນີ້ໄດ້ຢ່າງງ່າຍດາຍ








Read More

insert Chart

#Excel Sortcut

#insert Chart ແມ່ນການຈຳເອົາຂໍ້ມູນໃນເອັກເຊວ ສ້າງຂື້ນເປັນກຣາບ ເພື່ອໃຫ້ສາມາດເບິ່ງ ແລະ ເຂົ້າໃຈງ່າຍຂື້ນ, ເຊິ່ງສ່ວນຫລາຍຈະໃຊ້ໃນການນຳສະເຫນີງານຕ່າງໆ
+ ກ່ອນທີ່ຈະໃຊ້ປຸ່ມລັດ ໃຫ້ເຮົາໃຊ້ເມົ້າຄລິກໃສ່ຫ້ອງໃດຫ້ອງຫນຶ່ງກ່ອນໃນຕາຕະລາງຂໍ້ມູນທີ່ເຮົາຕ້ອງການທີ່ຈະສ້າງເປັນ ກຣາບ
+ ຮູ້ແບບນີ້ແລ້ວ ມັນກໍ່ຈະງ່າຍຂື້ນ ກົດສອງປຸ່ມພ້ອມກັນກໍ່ສາມາດສ້າງກຣາບຂື້ນມາໃຊ້ງານໄດ້ຢ່າງງ່າຍດາຍ.
+ excel ບໍ່ໄດ້ຍາກຢ່າງທີ່ຄິດ ຂໍແຄ່ເຮົາຮຽນຮູ້ທຸກຢ່າງງ່າຍສຸດໆ







Read More

#Help ແມ່ນຫຍັງ?


#Help ແມ່ນປຸ່ມຊ່ວຍເຫລືອ

+ ຖ້າຫາກທ່ານມີຄຳຖາມສາມາດຖາມ ແລະ ຫາຄຳຕອບໄດ້ໂດຍການກົດ F1 ແລ້ວພິມຄຳຖາມທີ່ທ່ານຕ້ອງການຢາກຮູ້ (ຕ້ອງໃຊ້ພາສາອັງກິດເປັນຫລັກ)
+ ແຕ່ທ່ານຕ້ອງເຊື່ອມຕໍ່ກັບອິນເຕີເນັດກ່ອນ
ພຽງເທົ່ານີ້ ທ່ານກໍ່ສາມາດຮຽນຮູ້ຫລາຍໆສິ່ງກ່ຽວກັບ Excel ໄດ້ຢ່າງງ່າຍດາຍແລະຖືກຕ້ອງທີ່ສຸດ










Read More

ຊະນິດຂອງຂໍ້ມູນທີ່ໃຊ້ໃນ Excel



ຂໍ້ມູນໃນ Excel ຈະມີຫລາຍແບບ ເພື່ອໃຫ້ການເກັບຂໍ້ມູນແລະນຳໄປໃຊ້ງານໄດ້ຕາມຄວາມເຫມາະສົມ ເຊັ່ນ: ຂໍ້ຄວາມ, ວັນທີ, ເວລາ ແລະ ຕົວເລກ ຊຶ່ງຈະນໍາໄປຄໍານວນໄດ້ ດັ່ງຕໍ່ໄປນີ້:

  • Text (ຊະນິດຕົວອັກສອນ) ຄືຂໍ້ມູນແບບຂໍ້ຄວາມທີ່ບໍ່ໄດ້ນໍາມາຄໍານວນ ອາດຈະເປັນຕົວເລກ, ຂໍ້ຄວາມ ຫລື ຕົວອັກສອນກໍ່ໄດ້
  • Numbers (ຊະນິດຕົວເລກ) ຄືຂໍ້ມູນຕົວເລກທີ່ນໍາໄປຄໍານວນໄດ້ ມີລັກສະນະດັ່ງນີ້
    + ຂໍ້ມູນເປັນຕົວເລກສາມາດໃຊ້ເຄື່ອງຫມາຍ (,) ຫລື (.) ຫລືສັນຍາລັກທາງການເງິນໄດ້ ເຊັ່ນ 2000.00 ຫລື $2000, 1,50 ຫລື 10% ເປັນຕົ້ນ
    + ສາມາດຂຽນໃນຮູບແບບ Exponential ເຊັ່ນ 2,5E+04 = 25,000
    + ຖ້າຕົວເລກຕໍ່ທ້າຍດ້ວຍເຄື່ອງຫມາຍ % ຄ່າຈິງຂອງຂໍ້ມູນຕົວນັ້ນຕ້ອງຖູກຫານດ້ວຍ 100 ຫລື ຈະພິມເປັນ 0.05 ຫມາຍເຖິງ 5% ຫລື 0.1 ຫມາຍເຖິງ 1% ເປັນຕົ້ນ
    + ເມື່ອປ້ອນຂໍ້ມູນລົງໄປໃນເຊລສໍາເລັດແລ້ວ ຂໍ້ມູນຈະຊິດທາງດ້ານຂວາເຊລສະເຫມີ
  • Formula (ຊະນິດສູດ) ຫມາຍເຖິງ ຂໍ້ມູນທີ່ປະກອບດ້ວຍເຄື່ອງຫມາຍທາງຄິນິດສາດ ຫລື ຟັງຊັ່ນ
    + ເມື່ອປ້ອນຂໍ້ມູນລົງໃນເຊລຈະຕ້ອງຂື້ນຕົ້ນດ້ວຍເຄື່ອງຫມາຍ = , +, -, ຫລື @ ເຊັ່ນ +A1+A2-A3 ຫລື =A1+A2+A3 ຟັງຊັ່ນເຊັ່ນ =sum(A1:A10) ຫລື @sum(A1:A10)
  • Date (ຊະນິດວັນທີ) ຫມາຍເຖິງ ຂໍ້ມູນທີ່ປະກອບໄປດ້ວຍວັນທີເດືອນປີ
    + ເມື່ອປ້ອນຂໍ້ມູນ ເດືອນ ອາດຈະໃສ່ຕົວເລກທີ່ແທນເດືອນນັ້ນ ຫລື ພີມຊື່ເດືອນເປັນຄຳເຕັມກໍ່ໄດ້
    + ເມື່ອປ້ານຂໍ້ມູນປີ ອາດຈະພິມພຽງແຕ່ຕົວເລກ 2ຫລັກ ຫລື 4 ຫລັກໄດ້ ຖ້າບໍ່ລະບຸປີຖືວ່າເປັນປີປະຈຸບັນ
    + ວັນທີ/ເດືອນ ເຊັ່ນ 10 Jan, 10-Jan, ຫຼື ເດືອນ/ວັນ 10/1, 10-1 ແລະ ວັນ/ເດືອນ/ປີ 25 Dec 17, 12/25/2017
  • Time (ຊະນິດເວລາ) ຄືຂໍ້ມູນເວລາທີ່ປະກອບດ້ວຍຊົ່ວໂມງແລະນາທີ ໂດຍມີເຄື່ອງຫມາຍ ( : ) ຄັ່ນ ລະຫວ່າງຊົ່ວໂມງ:ນາທີ:ວິນາທີ ເຊັ່ນ 10:30 ຫລື 9:30:15
    + ກໍາກົດ AM ແລະ PM ຕໍ່ທ້າຍເວລາ ເພື່ອບອກເວລາກາງເວັນ ຫລື ກາງຄືນ ເຊັ່ນ 8:00 PM 8:00 AM
Read More

Microsoft Office






Microsoft Office ຊື່ນີ້ທີ່ເຮົາຄຸ້ນເຄີຍ ຄືຊື່ໂປຣແກຣມທີ່ໃຊ້ຈັດຮູບແບບເອກະສານທີ່ໃຊ້ກັນມາດົນ ໄດ້ພັດທະນາຫລາຍເວີຊັນ ຈົນເຖິງເວີຊັນປະຈຸບັນຄື 2016 ແລະ ຊຸດ Office 365 ທີ່ເນັ້ນການໃຊ້ງານຜ່ານລະບົບຄລາວທັງການຕິດຕັ້ງຈາກຊຸດ 365 ແລະຈັດເກັບຂໍ້ມູນເອົາໄວ້ໃນລະບົບຄລາວໃນບັນຊີ OneDrive ເພື່ອໃຫ້ສາມາດເປີດແລະແຊ ເອກະສານໄດ້ທຸກທີ່ ທຸກເວລາ ທຸກອຸປະກອນ ບໍ່ວ່າຈະເປັນເຄື່ອງ ພີຊີ, ໂນດບຸກ, ແທບເລັດ, ແມັກ, ໄອແພັດ ແລະ ສະມາດໂຟນລຸ່ນຕ່າງໆ.
     ສຳລັບຄົນເຮັດວຽກຫ້ອງການ ເຖິງແມ້ວ່າການເວລາຈະຜ່ານໄປ ແຕ່ໃນຫົວໃຈຍັງມີ Excel ຢູ່ສະເຫມີ ເພາະເປັນໂປຣແກຣມທີ່ດີທີ່ສຸດສຳລັບການເຮັດວຽກຫ້ອງການ ຄົງຈະເປັນ Excel ເຊິ່ງຂ້າພະເຈົ້າເອງກະໄດ້ຜ່ານການໃຊ້ງານມາເປັນເວລາດົນນານ ທຸກເວີຊັນ, ແຕ່ລະເວີຊັນກະມີຄວາມແຕກຕ່າງກັນ, ແລະ ໃນ Excel 2016 ໄດ້ເສີມການສັ່ງງານແບບລະບົບສຳຜັດ (Touch screen) ຫລາຍຂື້ນ ໃນສ່ວນຂອງການໃຊ້ງານພື້ນຖານທົ່ວໄປ 80-90% ຍັງຄົງຄືເກົ່າ ຫນ້າຕ່າງໂປຮແກຣມສວຍງາມຫລາຍຂ້ືນ ໃຊ້ງານງ່າຍຂື້ນ ແລະ ໄດ້ຜົນລັບທີ່ມີປະສິດທິພາບຫລາຂື້ນ
     ຄວາມສາມາດຂອງ Excel 2016 ໃນການຈັດເກັບຂໍ້ມູນ, ຈັດຮູບແບບຂໍ້ມູນ, ສ້າງສູດຄິດໄລ່ ແລະ ການຈັດການກັບພື້ນທີ່ການເຮັດວຽກຈະຄົງຮູບແບບເດີມ, ສໍາລັບທ່ານທີ່ເຄີຍໃຊ້ງານໃນເວີຊັນອື່ນໆທີ່ຜ່ານມາກໍ່ສາມາດໃຊ້ງານຕໍ່ເນື່ອງໄດ້ສະບາຍໆ ນອກຈາກນີ້ຍັງມີການເພີ່ມການເຮັດວຽກໃຫມ່ໆເຂົ້າມາຫລາຍຕົວ ເຊັ່ນ ກຣາບແບບ Waterfall, Treemap ແລະ Funnel, ສ້າງຊີດ Forcastsheet, ພະຍາກອນຂໍ້ມູນລ່ວງຫນ້າ ແລະ ສ້າງການນຳສະເຫນີຂໍ້ມູນເທິງແຜນທີ່ສາມມິຕິ (3D Map) ໄດ້ແບບງ່າຍໆ ແຕ່ນຳສະເຫນີໄດ້ແບບມືອາຊີບ.
     ນອກຈາກນີ້ຍັງມີການປ່ຽນແປງການເຮັດວຽກໃນຄຳສັ່ງຕ່າງໆ ເລັກໆ ນ້ອຍໆອີກຫລາຍຈຸດເພື່ອໃຫ້ໃຊ້ງານ Excel ເຮັດໄດ້ງ່າຍແລະລາບລື່ນກວ່າເກົ່າ, ມີການອັບເດດໂປຣແກຣມຢູ່ສະເຫມີ ຊິ່ງລາຍລະອຽດການໃຊ້ງານໃນຄຳສັ່ງຫລັກທັ້ງຫມົດຈະຂຽນໄວ້ໃນຫນັງສືເລ່ມນີ້ ພ້ອມກັບຕົວຢ່າງການໃຊ້ງານທີ່ເຂົ້າໃຈງ່າຍ ແລະນຳໄປໃຊ້ງານໄດ້.
Read More